ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ເຢຍລະມັນ

ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ເຢຍລະມັນ - ảnh 1
ທ່ານ​ ຟ້າ​ມບີ​ງມິ​ງ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ Sigmar Gabriel
(ພາບ: TTXVN)

(vovworld) - ​​ ຕອນ​ທ່ຽງ​ວັນ​ທີ 16/02, ພາຍຫລັງ​​ໄປຮອດ​ນະຄອນ Bonn ຂອງ ​ເຢຍລະ​ມັນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ກຸ່ມ G20, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ Sigmar Gabriel ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດ​ປະ​ເທ​ດ​ເຈົ້າພາບ. ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງ ມິງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທ​ດ Sigmar Gabriel ​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຊີ້​ນຳ 2 ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ​ເຢຍລະ​ມັນ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ​ແທດ​ຈິງ​ກ່ວາ​ອີກ, ​ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ການທ່ອງທ່ຽວ, ​ເຕັກ​ໂນ​ໂລ​ຢີ…​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ສະ​ເໜີ​ຝ່າຍ ​ເຢຍລະ​ມັນ ຊຸກຍູ້ ອີ​ຢູ ສຳ​ເລັດກວດກາ​ນິຕິ​ກຳ​ ​ເພື່ອ​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ໃນ​ປີ 2017 ​ໂດຍ​ໄວ, ຮັບຮອງ​ເອົາ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ຢ່າງ​ຄົບ​ຖ້ວນ​ໃຫ້ ຫວຽດນາມ ພ້ອມ​ກັບ​ໄລຍະ​​ເວລາເຊັນ EVFTA.

        2 ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​​ໂດຍຖື​ວ່າ: ​ໂຄງການ​ດຳ​ເນີນ​ງານ ​ແລະ ບັນດາ​ບຸລິມະສິດ​ຂອງ G20 ​ແລະ APEC ປີ​ນີ້​ມີ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ, ດັ່ງ​ນັ້ນ ​​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສົມທົບ​ນະ​ໂຍບາຍ​ລະຫວ່າງ G20 ​ແລະ APEC ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ພິ​ເສດ ​​ແມ່ນ​​ສະພາບ​ການ​ໂລກ ​ແລະ ພາກພື້ນ​ໃນ​ປະຈຸ​ບັນ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ຮ່ວມ​ສຳພັນ ​ແລະ ຫັນ​ການ​ຄ້າ​ເປັນ​ເສລີ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ສະ​ເໜີ​ ​ເຢຍລະ​ມັນ ​ແລະ ອີ​ຢູ ສືບ​ຕໍ່​ມີ​ທັດສະນະຢ່າງ​ແຮງ ​ເພື່ອສະໜັບສະໜູນ​​ແກ້​ໄຂການ​ຂັດ​ແຍ້​ງກັນ​ດ້ວຍ​ບັນດາ​ມາດ​ຕະການ​ສັນ​ຕິ​ພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນມີ​ສົນ​ທິສັນຍາ​ຂອງ ສປຊກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS 1982) ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຮັບປະກັນ​ຄວາມ​ເສລີ ​ແລະ ຄວາມໝັ້ນຄົງ​ສະຫງົບ​ປອດ​ໄພ, ທາ​ງ​ທະ​ເລ, ທາງ​ອາ​ກາດ​ຢູ່​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ