ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ ກະ​ກຽມ​​ເດີນ​ທາງ​ໄປຢ້ຽມ​ຢາມ​ບາງ​ປະ​ເທດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ທ່ານນາງ Marise Payne, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ພວມກະກຽມເດີນທາງໄປຢ້ຽມຢາມ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ ອິນໂດເນເຊຍ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ.

ວັນທີ 03 ພະຈິກ, ສື່ມວນຊົນ ອົດສະຕາລີ ໃຫ້ຮູ້ວ່າ ທ່ານນາງ Marise Payne, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ, ພວມກະກຽມເດີນທາງໄປຢ້ຽມຢາມ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ ອິນໂດເນເຊຍ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ອົດສະຕາລີ ປັບປຸງການພົວພັນກັບ 4 ປະເທດສະມາຊິກ ອາຊຽນ ໃນສະພາບການປະເທດນີ້ ຫາກໍກາຍເປັນຄູ່ຮ່ວມມືຍຸດທະສາດຂອງ ອາຊຽນ.

        ໃນການຢ້ຽມຢາມຄັ້ງນີ້, ຄາດວ່າທ່ານນາງລັດຖະມົນຕີ Marise Payne ຈະມີການປຶກສາຫາລືກ່ຽວກັບເລື່ອງ ອົດສະຕາລີ ຈະສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ພາກພື້ນຕື່ມອີກ 10 ລ້ານໂດສ ກໍຄື ເລື່ອງປະເທດນີ້ເພີ່ມທະວີການລົງທຶນໃຫ້ແກ່ພາກພື້ນໃນຫຼາຍຂົງເຂດ ເປັນຕົ້ນແມ່ນຄວາມໝັ້ນຄົງທາງດ້ານພະລັງງານ, ການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19, ອາດຊະຍາກຳຂ້າມຊາດ ແລະ ການສຶກສາ.

ຫວຽດນາມ - ນັກຂ່າວ VOV ປະຈຳ ອົດສະຕາລີ.  

 


ຕອບກັບ

ຂ່າວ/ບົດ​ອື່ນ