ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍໃນບັນຫາທະເລຕາເວັນອອກ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 19 – 21 ສິງຫາ 2020, ໄປຄຽງຄູ່ກັບບັນດາກອງປະຊຸມແລກປ່ຽນ ເພື່ອຊຸກຍູ້ການພົວພັນ 2 ຝ່າຍ ແລະ ຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ລະຫວ່າງ 2 ປະເທດແລ້ວ. 
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ຮຽກຮ້ອງໃຫ້ ຈີນ ເຄົາລົບກົດໝາຍໃນບັນຫາທະເລຕາເວັນອອກ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi (ພາບ: China Daily)

  ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງໃຫ້ ຈີນ ຮ່ວມມື, ຮັກສາຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນໃນບັນຫາທະເລຕາເວັນອອກ.

        ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍພາຍຫລັງການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມ 2 ຝ່າຍ, ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກລວມມີທັງ ອາຊຽນ. ຈີນ ເປັນຄູ່ຮ່ວມມືສຳຄັນຂອງ ອາຊຽນ. ປິໜ້າ ອາຊຽນ ແລະ ຈີນ ຈະສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ຮ່ວມມື. ອິນໂດເນເຊຍ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ອາຊຽນ - ຈີນ ຈະນັບມື້ນັບໝັ້ນແກ່ນ ຖ້າວ່າ 2 ຝ່າຍເຄົາລົບຖືກຕ້ອງຕາມກົດໝາຍສາກົນ, ນັບທັງໃນບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ