ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຢິບ ແລະ ອິດ​ສະ​ຣາ​ແອັນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ

(VOVWORLD) - ສັນຕິພາບຮອບດ້ານ ແລະ ຄວາມຍຸຕິທຳ ຕ້ອງອີງໃສ່ການຟື້ນຟູສິດຕ່າງໆຂອງຊາວ ປາແລັດສະຕິນ ແລະ ການສ້າງຕັ້ງລັດ ປາແລັດສະຕິນ ທີ່ເອກະລາດ ຕາມເສັ້ນຊາຍແດນປີ 1967 ດ້ວຍນະຄອນຫຼວງ ຢູ່ Jerusalem ຕາເວັນອອກ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຢິບ ແລະ ອິດ​ສະ​ຣາ​ແອັນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ - ảnh 1 ຜູ້ແຫ່ຂະບວນປະທ້ວງ ປາດແລັດສະຕິນ ປະທະກັນກັບກຳລັງອິດສະຣາແອັນ ຢູ່ ນະຄອນ Jenin, ໃນວັນທີ  26/1/2023 (ພາບ: THX/TTXVN)

ວັນທີ 22 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ໄດ້ມີການເຈລະຈາກັບຄູ່ຕຳແໜ່ງ ອິດສະຣາແອັນ ທ່ານ Eli Cohen, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ເຊິ່ງພວມດຳເນີນຢູ່ ນິວຢອກ, ອາເມລິກາ. ນະທີ່ນີ້, ທ່ານ Shoukry ໄດ້ເນັ້ນໜັກວ່າ ຄວາມເຄັ່ງຕຶງຂອງການປະທະກັນເພີ່ມຂຶ້ນນັ້ນ ອາດຈະພາໄປເຖິງຮອບວຽນການໃຊ້ຄວາມຮຸນແຮງ ເຮັດໃຫ້ຄວາມອາດສາມາດທີ່ ອິດສະຣາແອັນ ແລະ ປາແລັດສະຕິນ ຈະບັນລຸໄດ້ສັນຕິພາບ ເພື່ອມຸ່ງໄປເຖິງມາດຕະການລະຫວ່າງສອງລັດ ເປັນໄປໄດ້ຍາກ. ທ່ານກໍຊີ້ແຈ້ງວ່າ ສັນຕິພາບຮອບດ້ານ ແລະ ຄວາມຍຸຕິທຳ ຕ້ອງອີງໃສ່ການຟື້ນຟູສິດຕ່າງໆຂອງຊາວ ປາແລັດສະຕິນ ແລະ ການສ້າງຕັ້ງລັດ ປາແລັດສະຕິນ ທີ່ເອກະລາດ ຕາມເສັ້ນຊາຍແດນປີ 1967 ດ້ວຍນະຄອນຫຼວງ ຢູ່ Jerusalem ຕາເວັນອອກ.

        ທ່ານລັດຖມະນຕີ Shoukry ກໍຢັ້ງຢືນຄືນຄຳໝັ້ນສັນຍາຂອງ ອີຢິບ ທີ່ວ່າ ຈະສືບຕໍ່ທຸກຄວາມມານະພະຍາຍາມ ແນໃສ່ສົ່ງເສີມບັນດາຝ່າຍເຊື່ອມຕໍ່ການເຈລະຈາຄືນໃໝ່ ເພື່ອມຸ່ງໄປເຖິງການບັນລຸໄດ້ມາດຕະການສັນຕິພາບ.


ຕອບກັບ

ຂ່າວ/ບົດ​ອື່ນ