ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະກັບການນຳກຳລັງ Houthi ຢູ່ ເຢແມນ

(VOVWORLD) -ວັນທີ 26 ຕຸລາ, ຢູ່ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ພົບປະກັບການນຳກຸ່ມກະບົດ Houthi ຢູ່ ເຢແມນ Mohammad Acdul-Salam ເພື່ອປຶກສາຫາລືກ່ຽວກັບວິທີຢຸດຕິການປະທະກັນລະຫວ່າງ Houthi ກັບທະຫານປະສົມໂດຍ ອາຣັບບິ ຊະອຸດິ ນຳໜ້າ.
ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະກັບການນຳກຳລັງ Houthi ຢູ່ ເຢແມນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif  (ພາບ: IRNA/TTXVN)

 ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ເນັ້ນໜັກເຖິງມາດຕະການການເມືອງ ແລະ ເຈລະຈາລະຫວ່າງບັນດາຝ່າຍຢູ່ ເຢແມນ ແມ່ນເສັ້ນທາງໜຶ່ງດຽວ ເພື່ອແກ້ໄຂວິກິດການ. ນັບແຕ່ປີ 2015, ຕາມການສະເໜີຂອງອຳນາດການປົກຄອງ ເຢແມນ, ອາຣັບບິ ຊະອຸດິ ໄດ້ສ້າງຕັ້ງ ແລະ ນຳພາທະຫານປະສົມ ອາຣັບ ຕ້ານພວກກະບົດ Houthi, ໜູນຊ່ວຍລັດຖະບານພັດຖິ່ນຂອງປະທານາທິບໍດີ Mansour Hadi ເຊິ່ງໄດ້ຮັບຮອງເອົາຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ