ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະເຈລະຈາກັບຄູ່ຕຳແໜ່ງ ຝຣັ່ງ

(VOVWORLD) - ບັນດາການພົບປະຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ກັບວົງການການນຳ ຝຣັ່ງ ໄດ້ດຳເນີນໄປຢ່າງຕັ້ງໜ້າ.

ວັນທີ 25 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ໄດ້ອອກຈາກນະຄອນ Biarritz, ປະເທດ ຝຣັ່ງ ກັບເມືອປະເທດ, ພາຍຫລັງມີການຢ້ຽມທີ່ບໍ່ໄດ້ແຈ້ງລ່ວງໜ້າ ກ່ອນໜ້ານັ້ນໃນວັນດຽວກັນຢູ່ນະຄອນ Biarritz, ເຊິ່ງແມ່ນສະຖານທີ່ພວມດຳເນີນກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ ເອີຣົບ ກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້.

ລັດຖະມົນຕີການຕ່າງປະເທດ ອີຣານ ພົບປະເຈລະຈາກັບຄູ່ຕຳແໜ່ງ ຝຣັ່ງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif (ພາບ: Reuters)

        ແຈ້ງການຂອງວັງ Elysee ໃຫ້ຮູ້ວ່າ: ບັນດາການພົບປະຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ກັບວົງການການນຳ ຝຣັ່ງ ໄດ້ດຳເນີນໄປຢ່າງຕັ້ງໜ້າ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ໄດ້ມີບັນດາການພົບປະຢູ່ນອກກອງປະຊຸມ G7 ກັບຄູ່ຕຳແໜ່ງປະເທດເຈົ້າພາບ Jean-Yves Le Drian ກໍ່ຄືກັບທ່ານປະທານາທິບໍດີ ຝຣັ່ງ Emmanuel Macron. ນອກນັ້ນ ທ່ານ Javad Zarif ກໍ່ມີການພົບປະກັບຜູ້ຕາງໜ້າຂອງ ອັງກິດ ແລະ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ