ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ ຟີ​ລິບ​ປິນ

(VOVWORLD) - ບັນດາປະເທດ ອາຊຽນ ໄດ້ຝາກຄວາມແບ່ງປັນຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍ, ຫວັງວ່າຜູ້ຖືກບາດເຈັບຈະຫາຍດີໂດຍໄວ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ ຟີ​ລິບ​ປິນ - ảnh 1

(ພາບ: Philstar)

      ອາຊຽນ ກ່າວປະນາມຢ່າງແຮງເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນ ມາຣາວີ, ຟີລິບປິນ ເມື່ອວັນທີ 3 ທັນວາທີ່ຜ່ານມາ ຊື່ງເຮັດໃຫ້ສາມັນຊົນຫຼາຍຄົນຖືກເສຍຊີວິດ ແລະ ອີກ 50 ຄົນຖືກບາດເຈັບ. ນີ້ແມ່ນເນື້ອໃນຖະແຫຼງການຮ່ວມລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເອົາລົງໃນເວັບໄຊທາງການຂອງ ອາຊຽນ ໃນວັນທີ 8 ທັນວາ.

  ບັນດາປະເທດ ອາຊຽນ ໄດ້ຝາກຄວາມແບ່ງປັນຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍ, ຫວັງວ່າຜູ້ຖືກບາດເຈັບຈະຫາຍດີໂດຍໄວ. ອາຊຽນ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ ຟີລິບປິນ ໃນການແກ້ໄຂເຫດການ ແລະ ນຳຜູ້ຕ້ອງຫາອອກມາຂຶ້ນສານ. ອາຊຽນ ຈະສາມັກຄີກັນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບລັດຖະບານ ແລະ ປຊຊ ຟີລິບປິນ ໃນຈຸດເວລາອັນຫຍຸ້ງຍາກນີ້ ແລະ ຢືນຢັນຄືນໃໝ່ວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍໃນພາກພື້ນ ເພື່ອແນໃສ່ສະກັດກັ້ນການເກີດເຫດກໍ່ການຮ້າຍຄືນໃໝ່ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ