ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ: ການ​ກະ​ທຳ​ຂອງ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ເປັນ​ສິ່ງ​ກີດ​ຂວາງ​ແກ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ

(VOVWORLD) - ບັນດາການກະທຳຂອງ ຈີນ ໄດ້ກີດຂວາງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. 

  ວັນທີ 19 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ຟີລິບປິນ, ທ່ານ Enrique Manalo, ແນໃສ່ປຶກສາຫາລືກ່ຽວກັບການເຄື່ອນໄຫວທີ່ນັບມື້ນັບເພີ່ມຂຶ້ນຂອງ ຈີນ ຢູ່ ທະເລຕາເວັນອອກ ກັບ ຟີລິບປິນ. ການເຈລະຈາທາງໂທລະສັບໄດ້ຮັບການປະຕິບັດພາຍຫຼັງທີ່ ຈີນ ໄດ້ມີການກະທຳ ເຊິ່ງຝ່າຍ ອາເມລິກາ ຖືວ່າ ເປັນອັນຕະລາຍ ແລະ ບໍ່ມີຄວາມຮັບຜິດຊອບ ເມື່ອສະກັດກັ້ນ ຟີລິບປິນ ປະຕິບັດການເຄື່ອນໄຫວການເດີນທະເລທີ່ຖືກຕ້ອງຕາມກົດໝາຍຢູ່ ທະເລຕາເວັນອອກ ໃນວັນທີ 17 ມິຖຸນາ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Blinken ຖືວ່າ ບັນດາການກະທຳຂອງ ຈີນ ໄດ້ກີດຂວາງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ພ້ອມທັງເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບ ຟີລິບປິນ ບົນພື້ນຖານ ສົນທິສັນຍາປ້ອງກັນຕົວຊ່ວຍເຫຼືອເຊິ່ງກັນລະກັນ ລະຫວ່າງ 2 ປະເທດ. ລັດຖະມົນຕີການຕ່າງປະເທດສອງປະເທດ ກໍໄດ້ແລກປ່ຽນທັດສະນະກ່ຽວກັບວິທີການຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ໃນກອງປະຊຸມພົບປະສອງຝ່າຍ ຫວ່າງມໍ່ໆມານີ້ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ