ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ: ຍາກ​ທີ່​ຈະ​ດຳ​ເນີນ​ກອງ​ປະ​ຊຸມ​ສຸດຍອດ​ໂດຍ​ກົງ ລະ​ຫວ່າງ ອ​າ​ເມ​ລິ​ກາ - ລັດ​ເຊຍ

(VOVWORLD) - ວັນທີ 12 ທັນວາ, ວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີຈັດການແລກປ່ຽນ, ປຶກສາຫາລືພາຍຫຼັງກອງປະຊຸມທາງໄກໃນອາທິດແລ້ວນີ້. ທ່ານປະທານາທິບໍດີ Putin  ກໍໃຫ້ຮູ້ວ່າ ທ່ານຢາກມີການພົບປະໂດຍກົງກັບທ່ານປະທານາທິບໍດີ Joe Biden.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ: ຍາກ​ທີ່​ຈະ​ດຳ​ເນີນ​ກອງ​ປະ​ຊຸມ​ສຸດຍອດ​ໂດຍ​ກົງ ລະ​ຫວ່າງ ອ​າ​ເມ​ລິ​ກາ - ລັດ​ເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: Bloomberg)

ເຖິງຢ່າງໃດກໍຕາມ, ກ່າວຄຳເຫັນຜ່ານຊ່ອງໂທລະພາບ NBC ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ການພົບປະສຸດຍອດໂດຍກົງ ລະຫວ່າງ ອາເມລິກາ - ລັດເຊຍ ແມ່ນຍາກທີ່ຈະດຳເນີນ ຍ້ອນ ລັດເຊຍ ຍັງສືບຕໍ່ເພີ່ມທະວີກຳລັງທະຫານຢູ່ໃກ້ເຂດຊາຍແດນຕິດກັບ ຢູແກຼນ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinke ແລ້ວ, ອາເມລິກາ, ຄູ່ຮ່ວມມື ແລະ ປະເທດພັນທະມິດຢູ່ ເອີຣົບ ຢາກໃຫ້ ລັດເຊຍ ຖອນກຳລັງຂອງຕົນອອກຈາກເຂດຊາຍແດນ ແລະ ໂອ້ລົມສົນທະນາທາງການທູດກັບບັນດາປະເທດເອີຣົບ ແລະ ຢູແກຼນ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ ຢູແກຼນ ຕາເວັນອອກ.

        ກ່ຽວຂ້ອງເຖິງບັນຫານີ້, ໃນກອງປະຊຸມທາງໄກໃນອາທິດແລ້ວນີ້, ທ່ານປະທານາທິບໍດີ Joe Biden ກ່າວເຕືອນ ອາເມລິກາ ແລະ ບັນດາປະເທດພັນທະມິດ ຈະໂຕ້ຕອບດ້ວຍບັນດາມາດຕະການເສດຖະກິດຢ່າງແຮງ ຖ້າຫາກວ່າ ລັດເຊຍ ມີການກະທຳທາງທະຫານຕ້ານຄືນ ຢູແກຼນ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ