ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ 5 ປະເທດຕາເວັນອອກກາງ

(VOVWORLD) - ວັນທີ 11 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໄດ້ມາຮອດນະຄອນຫລວງ ກາຍໂຣ, ເລີ່ມຕົ້ນການຢ້ຽມຢາມ 5 ປະເທດຕາເວັນອອກກາງ ລວມມີ: ອີຢິບ, ຈໍແດນ, ຕວກກີ, ລີບານ, ກູແວດ
 
ລັດຖະມົນຕີການຕ່າງປະເທດ ອາເມລິກາ ຢ້ຽມຢາມ 5 ປະເທດຕາເວັນອອກກາງ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson (ພາບ: AFP/Getty Images)

ເພື່ອແນໃສ່ປຶກສາຫາລືກ່ຽວກັບວິກິດການຢູ່ ຊີຣີ ແລະ ວິວັດທະນາການສັນຕິພາບຕາເວັນອອກກາງ. ໃນການຢ້ຽມຢາມ ອີຢິບ ເປັນເວລາ 2 ວັນ, ທ່ານລັດຖະມົນຕີການຕ່າງປະເທດ Tillerson ຄາດວ່າຈະມີການພົບປະກັບທ່ານປະທານາທິບໍດີ ອີຢິບ Abdel Fatah al-Sisi ໃນວັນທີ 12 ກຸມພາ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບຕາເວັນອອກກາງ, ບັນດາມາດຕະການເພີ່ມທະວີການພົວພັນລະຫວ່າງ ອາເມລິກາ ແລະ ອີຢິບ, ຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ