ລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ກ່າວຫາ ຈີນ ປົກປິດຂໍ້ມູນກ່ຽວກັບໂຄວິດ-19

(VOVWORLD) -  ວັນທີ 06 ພຶດສະພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ສືບຕໍ່ຕຳໜິຕິຕຽນ ຈີນ ວ່າໄດ້ປົກປິດຂໍ້ມູນກ່ຽວກັບພະຍາດໂຄວິດ-19.
ລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ກ່າວຫາ ຈີນ ປົກປິດຂໍ້ມູນກ່ຽວກັບໂຄວິດ-19 - ảnh 1

        ໃນກອງປະຊຸມຂ່າວວັນທີ 06 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຖືວ່າ: ຈີນ ປົກປິດຂໍ້ມູນ ໄດ້ເຮັດໃຫ້ປະຊາຊົນໃນທົ່ວໂລກນັບຫລາຍພັນຄົນເສຍຊີວິດ. ທ່ານ Mike Pompeo ກ່າວຫາ ຈີນ ວ່າໄດ້ປົກປິດຂໍ້ມູນໃນເບື້ອງຕົ້ນກ່ຽວກັບໂລກລະບາດຢູ່ ອູ່ຫັ້ນ ແລະ ຍັງສືບຕໍ່ປະຕິເສດການແບ່ງປັນຂໍ້ມູນກັບບັນດາປະເທດອື່ນ. ຕາມທ່ານ Mike Pompeo ແລ້ວ, ຈີນ ໄດ້ຍົກອອກຂໍ້ມູນຜິດພາດກ່ຽວກັບໂລກລະບາດ ເຖິງວ່າຕ້ອງມີພັນທະແບ່ງປັນຂໍ້ມູນຕາມຂໍ້ກຳນົດດ້ານສາທາລະນະສຸກສາກົນ ເມື່ອເປັນສະມາຊິກຂອງ WHO ກໍ່ຕາມ.

        ທ່ານ Mike Pompeo ໃຫ້ຮູ້ວ່າ: ເຖິງວ່າບໍ່ແນ່ນອນ ແຕ່ກໍ່ມີພະຍານຫຼັກຖານກ່ຽວກັບໄວຣັດ SARS-CoV-2 ວ່າໄດ້ເກີດມາຈາກຫ້ອງທົດລອງໄວຣັດຢູ່ ອູ່ຫັ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ