ລັດຖະມົນຕີການຕ່າງປະເທດ ອາເມລິກາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາເມລິກາ - ອາຊຽນ ຢູ່ ອິນໂດເນເຊຍ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະເຕື້ອງເຖິງການຮ່ວມມືເສດຖະກິດ, ບັ້ນເຄື່ອນໄຫວທົ່ວໂລກເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ສະພາບການຢູ່ ມຽນມາ...

ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາເມລິກາ - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ກອງປະຊຸມຕ່າງໆທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ, ແຕ່ວັນທີ 12 – 15 ກໍລະກົດ. ຕາມແຈ້ງການຂອງທຳນຽບຂາວແລ້ວ, ນອກຈາກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາເມລິກາ - ອາຊຽນ ແລ້ວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ ແລະ ເວທີປາໄສພາກພື້ນ ອາຊຽນ. ທີ່ບັນດາເຫດການນີ້, ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ບົດບາດໃຈກາງຂອງ ອາຊຽນ ແລະ ການສະໜັບສະໜູນສຳລັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະເຕື້ອງເຖິງການຮ່ວມມືເສດຖະກິດ, ບັ້ນເຄື່ອນໄຫວທົ່ວໂລກເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ສະພາບການຢູ່ ມຽນມາ, ສະພາບການໃນທະເລຕາເວັນອອກ ແລະ ບັ້ນຮົບຢູ່ ຢູແກຼນ. ທ່ານ Blinken ກໍ່ຈະເຂົ້າຮ່ວມກອງປະຊຸມປຶກສາຫາລື ຍຸດທະສາດ ອາຊຽນ - ອິນໂດເນເຊຍ ຄັ້ງທີ 2 ພ້ອມກັບທ່ານ Retno Marsudi, ລັດຖະມົນຕີການຕ່າງປະເທດຂອງປະເທດເຈົ້າພາບ.

ຕອບກັບ

ຂ່າວ/ບົດ​ອື່ນ