ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເດີນ​ທາງ​ໄປ​ຍັງ ອິນ​ໂດ​ເນ​ເຊຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ເມ​ລິ​ກາ - ອາ​ຊຽນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຮອດ ຈາກາຕາ, ອິນໂດເນເຊຍ, ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາເມລິກາ - ອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງຈຳນວນໜຶ່ງ, ເຊິ່ງດຳເນີນໃນວັນທີ 13 -14 ກໍລະກົດ. 

ວັນທີ 13 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຮອດ ຈາກາຕາ, ອິນໂດເນເຊຍ, ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາເມລິກາ - ອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງຈຳນວນໜຶ່ງ, ເຊິ່ງດຳເນີນໃນວັນທີ 13 -14 ກໍລະກົດ. ນອກຈາກກອງປະຊຸມການຕ່າງປະເທດ ອາເມລິກາ - ອາຊຽນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 13 ແລະ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 30. ຢູ່ບັນດາເຫດການນີ້, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ກໍ່ຈະເນັ້ນໜັກຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ບົດບາດໃຈກາງຂອງ ອາຊຽນ ແລະ ສະໜັບສະໜູນວິໄສທັດຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ກໍເຕື້ອງເຖິງການຮ່ວມມືດ້ານເສດຖະກິດ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ບັນດາບັນຫາໃນການເດີນເຮືອຢູ່ທະເລຕາເວັນອອກ, ສະພາບການຢູ່ ມຽນມາ ແລະ ການປະທະກັນຢູ່ ຢູແກຼນ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ