ລັດຖະມົນຕີການຕ່າງປະເທດ ອາເມລິກາ ເດີນທາງໄປປະຕິບັດງານ ຢູ່ 8 ປະເທດ ຕາເວັກອອກກາງ ເພື່ອປັບປຸງການພົວພັນສໍາພັນທະມິດ

(VOVWORLD) -ທ່ານ Mike Pompeo  ຈະເລີ່ມເດີນທາງແຕ່ວັນທີ 8 ມັງກອນ ເພື່ອ ໄປຍັງນະຄອນຫຼວງ 8 ແຫ່ງ
ລັດຖະມົນຕີການຕ່າງປະເທດ ອາເມລິກາ ເດີນທາງໄປປະຕິບັດງານ ຢູ່ 8 ປະເທດ ຕາເວັກອອກກາງ ເພື່ອປັບປຸງການພົວພັນສໍາພັນທະມິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN)

ວັນທີ 4 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຈະເດີນທາງໄປປະຕິບັດງານຢູ່ 8 ປະເທດ ຕາເວັນອອກກາງ ໃນອາທິດໜ້າ ເພື່ອປັບປຸງການພົວພັນກັບບັນດາປະເທດພັນທະມິດທີ່ສໍາຄັນ ພາຍຫຼັງໄລຍະເກີດຄວາມເຄັ່ງຕຶງ ຍ້ອນບັນດາບັນຫາຄື ສົງຄາມຢູ່ Yemen, ແຜນການຖອນກໍາລັງທະຫານອາເມລິກາ ອອກຈາກ ຊີຣີ, ເຫດການນັກຂ່າວ Jamal Khashoggi ຖືກເຂັ່ນຂ້າ ຢູ່ Istanbul, ປະເທດຕວກກີີ.

        ຕາມແຜນການແລ້ວ, ທ່ານ Mike Pompeo  ຈະເລີ່ມເດີນທາງແຕ່ວັນທີ 8 ມັງກອນ ເພື່ອ ໄປຍັງນະຄອນຫຼວງ 8 ແຫ່ງຄື   Amman (ປະເທດ ຈໍແດນ), Cairo (ອີຢີບ), Manama (ບາເຣນ),   Abu Dhabi (ສະຫະລັດ ອາຣັບ ເອມີເລດ),  Doha (ກາຕາ), Riyah (ຊະອຸດິ ອາຣາບີ),  Muscat ( ໂອມານ) ແລະ ສຸດທ້າຍແມ່ນ Kuwait  City (ກູເວດ).

        ທ່ານ Mike Pompeo ຈະປັບປຸງການພົວພັນສໍາພັນທະມິດກັບກຸ່ມ 6 ປະເທດຂຶ້ນກັບສະພາຮ່ວມມື ເຂດ ອ່າວເປີເຊຍ (GCC).


ຕອບກັບ

ຂ່າວ/ບົດ​ອື່ນ