ລັດຖະມົນຕີການຕ່າງປະເທດ ອາເມລິກາ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ສະຫະປະຊາຊາດ

(VOVWORLD) -ການໂອ້ລົມທາງໂທລະສັບແມ່ນປະຕິບັດກ່ອນການດຳເນີນສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແຕ່ວັນທີ 19 – 26 ກັນຍາ ຢູ່ ນິວຢອກ ສະຫະລັດ ອາເມລິກາ.
ລັດຖະມົນຕີການຕ່າງປະເທດ ອາເມລິກາ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ສະຫະປະຊາຊາດ - ảnh 1ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ. ພາບ: AFP/TTXVN

ວັນທີ 16 ກັນຍາ ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Antonio Guterres ເລຂາທິການໃຫຍ່ ສປຊ. ການໂອ້ລົມທາງໂທລະສັບແມ່ນປະຕິບັດກ່ອນການດຳເນີນສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແຕ່ວັນທີ 19 – 26 ກັນຍາ ຢູ່ ນິວຢອກ ສະຫະລັດ ອາເມລິກາ.

ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານເລຂາທິການໃຫຍ່ ສປຊ ໄດ້ປຶກສາຫາລືຫລາຍບັນຫາລວມມີ: ຂໍ້ລິເລີ່ມທັນຍາພືດທະເລດຳ, ການປະທະກັນ ລັດເຊຍ - ຢູແກຼນ ແລະ ສະພາບການຄວາມໝັ້ນຄົງ ຢູ່ Haiti. ສອງຝ່າຍກໍ່ປຶກສາຫາລືບັນດາບຸລິມະສິດຂອງ ອາເມລິກາ ສຳລັບກອງປະຊຸມສະມັດຊາໃຫຍ່ ສປຊ. ທ່ານລັດຖະມົນຕີການຕ່າງປະເທດ ກໍ່ແບ່ງປັນຂໍ້ມູນກ່ຽວກັບເຫດການ ໂດຍ ອາເມລິກາ ເປັນເຈົ້າພາບ ຢູ່ ນອກວາລະປະຊຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ເພື່ອແນໃສ່ແກ້ໄຂໄພນາບຂູ່ຈາກຢາເສບຕິດ, ການນຳໃຊ້ປັນຍາປະດິດເພື່ອຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະ ຍາດແຍ່ງບັນດາແຫລ່ງການເງິນພາກເອກະຊົນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ