ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ ເອີລົບ, ຢືນຢັນຄືນໃໝ່ການສະໜັບສະໜູນ ຢູແກຼນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະຢືນຢັນຄືນໃໝ່ຄຳໝັ້ນສັນຍາ ແລະ ການສະໜັບສະໜູນຂອງ ອາເມລິກາ, ກໍຄືບັນດາພັນທະມິດ ນາໂຕ ສຳລັບ ຢູແກຼນ.
ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ ເອີລົບ, ຢືນຢັນຄືນໃໝ່ການສະໜັບສະໜູນ ຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken
(ພາບປະກອບ: Saul Loeb/Reuters)

        ວັນທີ 27 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປປະຕິບັດງານຢູ່ ເອີລົບ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ), ເຊິ່ງຈັດຂຶ້ນແຕ່ວັນທີ 28-29 ພະຈິກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ.

        ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວກ່ອນການໄປປະຕິບັດງານ ເອີລົບ ຂອງທ່ານ Antony Blinken, ທ່ານ James O’Brien, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາ ເອີລົບ ແລະ ອາຊີ - ເອີລົບ ໃຫ້ຮູ້ວ່າ, ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທຳອິດຂອງສະພາ ນາໂຕ - ຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຈະຢືນຢັນຄືນໃໝ່ຄຳໝັ້ນສັນຍາ ແລະ ການສະໜັບສະໜູນຂອງ ອາເມລິກາ, ກໍຄືບັນດາພັນທະມິດ ນາໂຕ ສຳລັບ ຢູແກຼນ. ປະຈຸບັນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ພວມມານະພະຍາຍາມຂົນຂວາຍສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາບ້ວງເງິນອຸປະຖຳທີ່ມີມູນຄ່າ 61 ຕື້ USD ທີ່ສະຫງວນໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ