ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ຕາເວັນອອກກາງ ໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ

(VOVWORLD) - ວັນທີ 5 ກຸມພາ, ຢູ່ ອາຣັບບິ ຊາອຸດິ, ເຊິ່ງເປັນປະເທດທຳອິດໃນການໄປປະຕິບັດງານ, ທ່ານ Blinken ໄດ້ພົບປະກັບ ອົງມົງກຸດລາຊະກຸມມານ Mohammed bin Salman ເພື່ອປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ພາກພື້ນ.
ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປປະຕິບັດງານຢູ່ຕາເວັນອອກກາງ ໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken

ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພວມມີການໄປປະຕິບັດງານຄັ້ງທີ 5 ຢູ່ຕາເວັນອອກກາງ ນັບແຕ່ເວລາເກີດການປະທະກັນລະຫວ່າງ ອິດສະຣາແອນ ແລະ ກຳລັງ ຮາມາດ ຢູ່ເຂດ ກາຊາ ທີ່ເກີດຂຶ້ນໃນເດືອນ ຕຸລາ 2023.

        ວັນທີ 5 ກຸມພາ, ຢູ່ ອາຣັບບິ ຊາອຸດິ, ເຊິ່ງເປັນປະເທດທຳອິດໃນການໄປປະຕິບັດງານ, ທ່ານ Blinken ໄດ້ພົບປະກັບ ອົງມົງກຸດລາຊະກຸມມານ Mohammed bin Salman ເພື່ອປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ພາກພື້ນ. ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການດ້ານມະນຸດສະທຳຢູ່ ກາຊາ ແລະ ສະກັດກັ້ນການປະທະກັນແຜ່ລາມອອກເປັນວົງກ້ວາງກ່ວາອີກ.

        ພາຍຫຼັງຢ້ຽມຢາມ ອາຣັບບິ ຊາອຸດິ, ທ່ານ Blinken ຈະໄປຢ້ຽມຢາມ ອີຢິບ, ກາຕາ, ອິດສະຣາແອນ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ເພື່ອແນໃສ່ຊຸກຍູ້ບັນດາການກັບ ຮາມາດ ເຈລະຈາ ໂດຍ ອີຢິບ ແລະ ກາຕາ ເປັນຄົນກາງ, ກ່ຽວກັບຂໍ້ຕົກລົງປ່ອຍຕົວປະກັນ ອິດສະຣາແອນ ທີ່ຖືກກັກຂັງຢູ່ເຂດ ກາຊາ. ໜຶ່ງໃນບັນດາບຸລິມະສິດຂອງທ່ານ Blinken ໃນການໄປປະຕິບັດງານແມ່ນຝາກສານໂດຍກົງເຖິງບັນດາປະເທດໃນພາກພື້ນ, ທີ່ວ່າ: ອາເມລິກາ ບໍ່ຢາກເຫັນການປະທະກັນເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ