ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ

(VOVWORLD) - 2 ຝ່າຍກໍ່ປຶກສາຫາລືກ່ຽວກັບວິວັດທະນາການຮ່ວມມື ອາຊຽນ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ລັດຖະມົນຕີການຕ່າງປະເທດ ໄທ ແລະ ຟີລິບປິນ ປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ - ảnh 1ລັດຖະມົນຕີ 2 ທ່ານ
(ພາບ: HJNews)

        ວັນທີ 04 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ໄທ ມາຣິດ ສະຫງ່ຽມພົງ, ໄດ້ໄປຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການ, ດຳເນີນການພົບປະເຈລະຈາກັບຄູຕຳແໜ່ງ ຟິລິບປິນ ທ່ານ Enrique Manalo ກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ, ກໍຄືການສົມທົບຫຼັກໝັ້ນໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ ໃນນັ້ນມີບັນຫາທະເລຕາເວັນອອກ.

        ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີຈະເພີ່ມທະວີການສົມທົບກັນເພື່ອສ້າງຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ, ການສຶກສາ, ການປ້ອງກັນຊາດ, ພະລັງງານທົດແທນ, ພ້ອມກັບຫຼາຍຂົງເຂດອື່ນໆ. ໃນການພົບປະເຈລະຈາ, 2 ຝ່າຍກໍ່ປຶກສາຫາລືກ່ຽວກັບວິວັດທະນາການຮ່ວມມື ອາຊຽນ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ, ມີບັນຫາທະເລຕາເວັນອອກ. ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີບົດບາດໃຈກາງຂອງ ອາຊຽນ ແລະ ບັນດາເປົ້າໝາຍຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ