ລັດຖະມົນຕີການຕ່າງປະເທດກຸ່ມ ອາຊຽນ ໂຮມປະຊຸມຢູ່ ອາເມລິກາ

(VOVWORLD) - ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດສະມາຊິກ ອາຊຽນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ມີການປະຊຸມຮ່ວມຢູ່ນະຄອນຫຼວງ ວໍຊິງຕັນ DC ໃນວັນທີ 4/5. 

ລັດຖະມົນຕີການຕ່າງປະເທດກຸ່ມ ອາຊຽນ ໂຮມປະຊຸມຢູ່ ອາເມລິກາ - ảnh 1 ທ່ານ Patrick Murphy, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ 

 (ພາບ: AP).

ການພົບປະເພື່ອແນໃສ່ສ້າງການພົວພັນລະຫວ່າງບັນດາປະເທດ ອາຊຽນ ແລະ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump. ບັນດາບັນຫາໄດ້ຮັບການປຶກສາຫາລືລະຫວ່າງ 2 ຝ່າຍລວມມີ: ການຄ້າ, ການຂັດແຍ້ງກັນຢູ່ທະເລຕາເວັນອອກ, ການຄ້າມະນຸດ ແລະ ອາດຊະຍາກຳ.

        ອາເມລິກາ ແລະ ບັນດາປະເທດ ອາຊຽນ ເລີ່ມດຳເນີນບັນດາການພົບປະຂັ້ນສຸດຍອດພາຍໃຕ້ສະໄໝການປົກຄອງຂອງທ່ານປະທານາທິບໍດີ Barack Obama. ການພົບປະຂັ້ນສຸດຍອດຄັ້ງທຳອິດລະຫວ່າງ 2 ຝ່າຍໄດ້ຮັບການຈັດຕັ້ງຢູ່ ອາເມລິກາ ໃນເດືອນ 2 ປີ 2016. ຖະແຫຼງການຮ່ວມຂອງ 2 ຝ່າຍໃນຈຸດເວລານັ້ນ ໄດ້ຢັ້ງຢືນບັນດາຫຼັກຖານການຮ່ວມມືພື້ນຖານລວມມີ: ເຄົາລົບຄວາມເສລີໃນການເດີນທະເລ, ຮັກສາການພັດທະນາເສດຖະກິດແບບຍືນຍົງ ແລະ ຄວາມສະໝ່ຳສະເໝີ, ແບ່ງປັນບັນດາມາດຕະການໃນບັນດາບັນຫາຕ້ານກໍ່ການຮ້າຍ, ການຄ້າມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ