ລັດຖະມົນຕີການຕ່າງປະເທດກາຕາແລະຊະອຸດີອາຣາເບຍພົບປະກັນເປັນຄັ້ງທຳອິດພາຍຫຼັງຕັດການພົວພັນ

(VOVWORLD) -ວັນທີ 04 ທັນວາ, ລັດຖະມົນຕີການຕ່າງປະເທດບັນດາປະເທດຊະອຸດີ ອາຣາເບຍ ແລະ ກາຕາ ໄດ້ເຂົ້າຮ່ວມການເຈລະຈາໂຕະມົນ ກ່ອນເວລາຈັດກອງປະຊຸມສຸດຍອດປະຈຳປີຂອງສະພາຮ່ວມມືເຂດອ່າວເປີເຊຍ (GCC).

ລັດຖະມົນຕີການຕ່າງປະເທດກາຕາແລະຊະອຸດີອາຣາເບຍພົບປະກັນເປັນຄັ້ງທຳອິດພາຍຫຼັງຕັດການພົວພັນ - ảnh 1 ລັດຖະມົນຕີການຕ່າງປະເທດກາຕາແລະຊະອຸດີອາຣາເບຍພົບປະກັນເປັນຄັ້ງທຳອິດພາຍຫຼັງຕັດການພົວພັນ

(ພາບປະກອບ: baotintuc.vn)

ນີ້ໄດ້ຮັບຖືວ່າແມ່ນການພົບປະຄັ້ງທຳອິດ ພາຍຫຼັງຊະອຸດີ ອາຣາເບຍ ພ້ອມກັບ 3 ປະເທດ Bahrain, ສະຫະລັດອາຣັບເອັມມີເລັດ (UAE) ແລະ ອີຢິບ ຕັດສາຍພົວພັນທາງການທູດກັບກາຕາ ເມື່ອເດືອນ ມິຖຸນາ ທີ່ຜ່ານມາ ດ້ວຍຄຳກ່າວຫາປະເທດເຂດອ່າວທີ່ຮັ່ງມີດ້ານຊັບພະຍາກອນທຳມະຊາດນີ້ສະໜັບສະໜູນບັນດາກຸ່ມຫົວຮຸນແຮງ ແລະ ອຸປະຖຳການກໍ່ການຮ້າຍ.

        ນອກຈາກການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດ ຄູເວດ ແລະ ໂອມານ ດ້ວຍຖານະບົດບາດເປັນຄົນກາງໄກ່ເກ່ຍແລ້ວ, ການພົບປະຍັງມີການເຂົ້າຮ່ວມຂອງລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາການຕ່າງປະເທດ UEA ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ Bahrain. ການພົບປະໄດ້ຮັບຖືວ່າແມ່ນບາດກ້າວກະກຽມໃຫ້ໂຄງການດຳເນີນງານຂອງກອງປະຊຸມສຸດຍອດ GCC ເຊິ່ງຈະດຳເນີນຢູ່ນະຄອນຫຼວງ ຄູເວດ ຊີຕີ ໃນວັນທີ 05 – 06 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ