ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງອັງກິດ ກ່າວເຕືອນຮ້າຍຢ້ອນຫຼັງ ເມື່ອບໍ່ບັນລຸໄດ້ຂໍ້ຕົກລົງ Brexit

(VOVWORLD) -ທ່ານ Jeremy Hunt ລັດຖະມົນຕີການຕ່່າງປະເທດຄົນໃໝ່ຂອງອັງກິດ ໄດ້ກ່າວເຕືອນກ່ຽວກັບເລື່ອງບໍ່ບັນລຸໄດ້ ຂໍ້ຕົກລົງ Brexit - ອັງກິດຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ), ອາດຈະສົ່ງຜົນຮ້າຍເຖິງບັນດາການພົວພັນລະຫວ່າງອັງກິດ ແລະ ບັນດາປະເທດເອີຣົບໃນຫຼາຍທົດສະວັດ. 

ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງອັງກິດ ກ່າວເຕືອນຮ້າຍຢ້ອນຫຼັງ ເມື່ອບໍ່ບັນລຸໄດ້ຂໍ້ຕົກລົງ Brexit - ảnh 1ທ່ານ Jeremy Hunt ລັດຖະມົນຕີການຕ່່າງປະເທດຄົນໃໝ່ຂອງອັງກິດ 

(ພາບ: TTXVN) 

ກ່າວຄໍາເຫັນຕໍ່ສື່ມວນຊົນ ພາຍຫຼັງການເຈລະຈາກັບຄູ່ຕໍາແໜ່ງ ເຢຍລະມັນ Heiko Maas ຢູ່ນະຄອນຫຼວງ Berlin ໃນວັນທີ 23 ກໍລະກົດ, ທ່່ານ Hunt ກ່າວເຕືອນວ່າ ຖ້າຫາກວ່າບັນດານັກເຈລະຈາເອີຣົບບໍ່ປ່ຽນແປງວິທີສໍາຜັດ, ທັງອັງກິດ ແລະ ອີຢູ ອາດຈະປະສົບກັບຄວາມຫຍຸ້ງຍາກໃນການຮັກສາບັນດາການພົວພັນດ້ານການຄ້າ ແລະ ການປ້ອງກັນຄວາມສະຫງົບ. ທ່ານສະແດງຄວາມວິຕົກກັງວົນຕໍ່ເລື່ອງ ຂໍ້ຕົກລົງ Brexit ບໍ່ບັນລຸໄດ້ ຈະສົ່ງຜົນສະທ້ອນອັນຮ້າຍແຮງສໍາລັບການພົວພັນຄູ່ຮ່ວມມືລາຍໃຫຍ່ ທີ່ທັງສອງຝ່າຍໄດ້ສ້າງຕັ້ງຂຶ້ນໃນຫຼາຍປີຜ່ານມາ.

        ຕາມແຜນການແລ້ວ, ອັງກິດຈະຖອນຕົວອອກຈາກ ອີຢູຢ່າງເປັນທາງການ ໃນວັນທີ 30 ມີນາ 2019. ປັດຈຸບັນ, ສອງຝ່າຍພວມມານະພະຍາຍາມບັນລຸຂໍ້ຕົກລົງ Brexit ໃນທ້າຍເດືອນຕຸລາ ຈະມາເຖິງ ເພື່ອໃຫ້ສະພາແຫ່ງຊາດບັນດາປະເທດສະມາຊິກມີເວລາພິຈາລະນາ ແລະ ໃຫ້ສັດຕະຍາບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ