ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ຈີນເຈລະຈາຢູ່ໂຕກຽວ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ແລະ ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ພົບປະຢູ່ໂຕກຽວ ໃນວັນທີ 15 ເມສາ ເພື່ອປຶກສາຫາລືກ່ຽວກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ ແລະ ບັນດາບັນຫາອື່ນຢູ່ພາກພື້ນ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ຈີນເຈລະຈາຢູ່ໂຕກຽວ - ảnh 1 ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ຈີນເຈລະຈາຢູ່ໂຕກຽວ

(ພາບ: Reuters)

ຕໍ່ຈາກນັ້ນ, ຕາມແຜນການ, ວັນທີ 16 ເມສາ, ເຈົ້າໜ້າທີການທູດ 2 ທ່ານ ຈະເປັນປະທານການເຈລະຈາເສດຖະກິດຂັ້ນສູງ, ໃນນັ້ນປຶກສາຫາລືກ່ຽວກັບບັນດາກາລະໂອກາດຮ່ວມມືດ້ານເສດຖະກິດ ລວມທັງການຄ້າ ແລະ ການລົງທຶນ. ຕາມບັນດາເຈົ້າໜ້າທີ່ຍີ່ປຸ່ນ ແລ້ວ, ນີ້ແມ່ນການເຈລະຈາດ້ານເສດຖະກິດຂັ້ນສູງເປັນຄັ້ງທຳອິດໃນຮອບເວລາເກືອບ 8 ປີຜ່ານມາລະຫວ່າງຍີ່ປຸ່ນ ແລະ ຈີນ. ປີ 2018 ແມ່ນປີເປັນຂີດໝາຍ 40 ປີແຫ່ງວັນລົງນາມໃນສົນທິສັນຍາສັນຕິພາບ ແລະ ມິດຕະພາບ 2 ຝ່າຍລະຫວ່າງຍີ່ປຸ່ນ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ