ລັດຖະມົນຕີການຕ່າງປະເທດຍີ່ປຸ່ນແລະຈີນເຈລະຈາກ່ຽວກັບການພົວພັນ2ຝ່າຍ

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນແລະຈີນເຈລະຈາກ່ຽວກັບການພົວພັນ2ຝ່າຍ - ảnh 1
ທ່ານ ລັດຖະມົນຕີ ອວາງ​ອີ ແລະ ທ່ານ Fumio Kishida
(ພາບ: chinadailyasia.com)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຈີນ, ຕອນ​ເຊົ້າ​ວັນ​ທີ 30/4, ຢູ່​ນະຄອນຫຼວງ ປັກ​ກິ​ງ, ທ່ານ Fumio Kishida, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໄດ້​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງປະ​ເທດ​ເຈົ້າພາບ ອວາງອີ. ກ່າວ​ຄຳ​ເຫັນ​ທີ່​ການ​​ເຈລະຈາ, ທ່ານ ລັດຖະມົນຕີ ອວາງ​ອີ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຈີນ - ຍີ່ປຸ່ນ ຕ້ອງ​ອີງ​ໃສ່​ຄວາມ​ເຄົາລົບ​ປະຫວ​ັດສາດ, ​ເຄົາລົບ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ຮ່ວມ​ມື​ແທນ​ທີ່​ການ​ປະທະ​ກັນ. ປັກ​ກິ​ງ ພ້ອມ​ແລ້ວ​ທີ່​ພັດທະນາ​ບາງ​ການ​ພົວພັ​ນ​ທີ່ປອດ​ໃສ ​ແລະ ສະຖຽນ​ລະ​ພາບ​ກັບ ​ໂຕ​ກຽວ. ທ່ານ ​ອວາງ​ອີ ​ສະ​ແດງ​ຄວາມ​ຫວັງ​ຕໍ່ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ຈະ​ສວມ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ ຈີນ - ຍີ່ປຸ່ນ ​ໃຫ້​ແທດ​ຈິງ. ສ່ວນ​ທ່ານ Fumio Kishida ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ມີ​ການ​ຢ້ຽມຢາມ​ການ​ເມືອງ​ຂັ້ນ​ສູງ​ຫຼາຍ​ກ່ວາ​ອີກ.

      ນີ້​ແມ່ນ​ການ​ຢ້ຽມຢາມ ຈີນ​ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Fumio Kishida ​ໃນ​ຖານະ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ນັບ​ແຕ່​ເມື່ອ​ຮັບ​ດຳລົງ​ຕຳ​ແໜ່​ງກ່ອນ​ນີ້ 3 ປີ, ນີ້ກໍ່​ແມ່ນ​ການ​ຢ້ຽມຢາມ​ ຈີນ ​ເປັນທາງ​ການ​ຄັ້ງທຳ​ອິດ​ຂອງ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໃນ​ກ່ວາ 4 ປີ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ