ລັດຖະມົນຕີການຕ່າງປະເທດຍີ່ປຸ່ນໄປປະຕິບັດງານຢູ່ຕາເວັນອອກກາງ

(VOVWORLD) - ວັນທີ 25 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໄດ້ໄປເຖິງອິດສະຣາແອນ, ເຊິ່ງເປັນປະເທດທຳອິດໃນການເດີນທາງໄປປະຕິບັດງານຢູ່ຕາເວັນອອກກາງ ພາຍຫຼັງຂໍ້ຕົກລົງທີ່ກໍ່ຄວາມໂຕ້ຖຽງກັນຂອງທ່ານປະທານາທິບໍດີອາເມລິກາ Donald Trump ຮັບຮອງ Jerusalem ເປັນນະຄອນຫຼວງຂອງອິດສະຣາແອນ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນໄປປະຕິບັດງານຢູ່ຕາເວັນອອກກາງ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono

(ພາບ: TTXVN)

ພາຍຫຼັງອິດສະຣາແອນ, ທ່ານ Kono ຈະໄປຢ້ຽມຢາມປາແລດສະຕິນ, ຈໍແດນ, ໂອມານ ແລະ ຕວກກີ. ທີ່ອິດສະຣາແອນ, ທ່ານ Kono ຈະພົບປະກັບທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Neranyahu ແລະ ບັນດາເຈົ້າໜ້າທີ່ອື່ນໆຂອງອິດສະຣາແອນ ຢູ່ Jerusalem. ຫຼັງຈາກນັ້ນ, ກໍ່ໃນວັນທີ 25 ທັນວາ, ທ່ານ Kono ໄດ້ໄປນະຄອນ Ramallah ແລະ ພົບປະກັບປະທານາທິບໍດີປາແລດສະຕິນ Mahmoud Abbas.

        ໃນວັນທີ 26 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ໄປຢ້ຽມຢາມນະຄອນ Jericho ທີ່ຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເພື່ອກວດກາໂຄງການສວນສາທາລະນະ - ກະສິກຳ, ເຊິ່ງເປັນໂຄງການພັດທະນານອນໃນແຜນການ “ຂອບອ້ອມອາຊີສັນຕິພາບ ແລະ ວັດທະນາຖາວອນ”, ດ້ວຍການເຂົ້າຮ່ວມຂອງອິດສະຣາແອນ, ປາແລດສະຕິນ, ຈໍແດນ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ