ລັດຖະມົນຕີການຕ່າງປະເທດນາໂຕ ໂຮມປະຊຸມກະກຽມກອງປະຊຸມສຸດຍອດໃນເດືອນ 5

ລັດຖະມົນຕີການຕ່າງປະເທດນາໂຕ ໂຮມປະຊຸມກະກຽມກອງປະຊຸມສຸດຍອດໃນເດືອນ 5 - ảnh 1
ໂຄ​ສົກ​ຂອງ​ນາ​ໂຕ Oana Lungescu (ເບື້ອງ​ຊ້າຍ) ​ທີ່​ການ​ປະ​ຊ​ຸມ​ຂ່າວ​ຢູ່ແບ​ກ​ແລງ ໃນ​ວັນ​ທີ 14/1/2015. 
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 31/3, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ 28 ປະ​ເທດ​ສະ​ມາ​ຊິກ​ນາ​ໂຕ ໄດ້​ໂຮມ​ປະ​ຊຸມ​ເພື່ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ ນາ​ໂຕ ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 25/5 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump. ກອງ​ປະ​ຊຸມ​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ 2 ເນື້ອ​ໃນ​ຕົ້ນ​ຕໍ​ຈະ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ສຸດຍອດ ໃນ​ເດືອນ 5 ຈະ​ມາ​ເຖິງ ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປ້ອງ​ກັນ​ຊາດ ແລະ ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຕ້ານກໍ່​ການຮ້າຍ​ຂອງ​ນາ​ໂຕ. ທີ່ກອງ​ປະ​ຊຸມ, ບັນ​ດ​າ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ພິ​ຈາ​ລະ​ນາ ວິ​ທີ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຂ້າມມະ​ຫາ​ສະ​ໝຸດອັດ​ລັງ​ຕິກ, ປຶກ​ສາ​ຫາ​ລື​ນະ​ໂຍ​ບາຍ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດເໝາະ​ສົມ ພ້ອມ​ກັບ​ແຜນ​ນະ​ໂຍ​ບາຍ​ແບ່ງ​ປັນ​​ຄວາມດຸ່ນ​ດຽງ ຄ່າ​ໃຊ້​ຈ່າຍ​ຂອງ​ບັນ​ດ​າ​ປະ​ເທດ​ສຳ​ພັນ​ທະ​ມິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ການ​ທະ​ຫານນີ້.


ຂ່າວ/ບົດ​ອື່ນ