ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ອອກຖະແຫລງການຮ່ວມກ່ຽວກັບການປ່ຽນແປງລະບົບເລືອກຕັ້ງຢູ່ຮົ່ງກົງ

(VOVWORLD) -ລັດຖະມົນຕີການຕ່າງປະເທດ G7 ຮຽກຮ້ອງ ຈີນ ຈົ່ງມີການກະທຳຕາມຖະແຫລງການຮ່ວມ ຈີນ - ອັງກິດ ແລະ ບັນດາພັນທະດ້ານນິຕິກຳອື່ນ
ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ອອກຖະແຫລງການຮ່ວມກ່ຽວກັບການປ່ຽນແປງລະບົບເລືອກຕັ້ງຢູ່ຮົ່ງກົງ - ảnh 1ພາບປະກອບ:BBC

ວັນທີ 12 ມີນາ ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ໄດ້ອອກຖະແຫລງການຮ່ວມກ່ຽວກັບບັນດາການປ່ຽນແປງສຳລັບລະບົບເລືອກຕັ້ງຢູ່ ຮົ່ງກົງ ປະເທດຈີນ.

ຖະແຫລງການໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ ການາດາ,  ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ, ອາເມລິກາ ແລະ ຜູ້ຕາງຫນ້າ ສະຫະພາບເອີລົບ ກໍ່ສະແດງຄວາມວິຕົກກັງວົນຕໍ່ຂໍ້ຕົກລົງຂອງວົງການເຈົ້າຫນ້າທີ່ ຈີນ ເຮັດໃຫ້ບັນດາປັນໄຈປະຊາທິປະໄຕຂອງລະບົບເລືອກຕັ້ງຢູ່ ຮົ່ງກົງ ອ່ອນລົງ. ຖະແຫລງການຊີ້ແຈງວ່າ: ບັນດາການປ່ຽນແປງໂດຍສະພາແຫ່ງຊາດ ຈີນ ຮັບຮອງເອົາ ພ້ອມກັບ ການກັກຕົວບັນດານັກເຄື່ອນໄຫວ ແລະນັກການເມືອງ ໄດ້ກີດຂວາງສິດເປັນເຈົ້າຂອງ ຮົ່ງກົງ ບົນພື້ນຖານຫລັກການ “ປະເທດຫນຶ່ງ ສອງລະບອບ”.

ລັດຖະມົນຕີການຕ່າງປະເທດ G7 ຮຽກຮ້ອງ ຈີນ ຈົ່ງມີການກະທຳຕາມຖະແຫລງການຮ່ວມ ຈີນ - ອັງກິດ ແລະ ບັນດາພັນທະດ້ານນິຕິກຳອື່ນ ພ້ອມທັງເຄົາລົບບັນດາສິດພື້ນຖານ ແລະ ຄວາມເສລີ ຢູ່ ຮົ່ງກົງ ຕາມກົດໝາຍພື້ນຖານ. ບັນດາລັດຖະມົນຕີການຕ່າງປະເທດ ຮຽກຮ້ອງ ວົງການເຈົ້າຫນ້າທີ່ຈີນ ແລະຮົ່ງກົງຟື້ນຟູ ຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລະບອບການເມືອງຢູ່ ຮົ່ງກົງ.

ຟ້າມຮວັນ ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ