ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຮັບ​ຮູ້ວ່າ​ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຢູ​ແກຼນ ບັນ​ລຸ​ຄວາມ​ຄືບ​ໜ້າ

(VOVWORLD) - ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຮັບ​ຮູ້ວ່າ​ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຢູ​ແກຼນ  ບັນ​ລຸ​ຄວາມ​ຄືບ​ໜ້າ  - ảnh 1

 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ພາບ: AFP/TTXVN)

  ວັນທີ 1 ເມສາ,  ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ລັດເຊຍ ບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງ ໃນການເຈລະຈາສັນຕິພາບກັບ ຢູແກຼນ ແລະ ມົດສະກູ ພວມກະກຽມຄຳຕອບຂໍ້ສະເໜີຂອງ ກີແອບ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງການພົບປະກັບຄູ່ຮ່ວມຕຳແໜ່ງ ອິນເດຍ Subrahmanyam Jaishankar ຢູ່ນະຄອນຫຼວງ New Delhi, ທ່ານ Lavrov ຢືນຢັນວ່າ ຕ້ອງຮັກສາການເຈລະຈາຄັ້ງຕ່າງໆກັບ ຢູແກຼນ  ແລະ ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະໃຫ້ ອິນເດຍ ສວມບົດບາດເປັນກາງ ໃນການໄກ່ເກັ່ຍປອງດອງ ໃນວິກິດການ ຢູແກຼນ.

   ໃນຂະນະນັ້ນ, ວັນທີ 1 ເມສາ,  ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.

ຕອບກັບ

ຂ່າວ/ບົດ​ອື່ນ