ລັດຖະມົນຕີການຕ່າງປະເທດອີຣານ: ການເຈລະຈາ ດ້ານນິວເຄຼຍກັບອາເມລິກາ ມີບາດກ້າວພັດທະນາ

ລັດຖະມົນຕີການຕ່າງປະເທດອີຣານ: ການເຈລະຈາ ດ້ານນິວເຄຼຍກັບອາເມລິກາ ມີບາດກ້າວພັດທະນາ - ảnh 1
(ພາບປະກອບ: AFP- TTXVN)

(vovworld) – ວັນ​ທີ 19/03, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohamad Javad Zarif, ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ລະຫວ່າງ​ທ່ານ​ກັບ​ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ John Kerry ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ ພວມ​ມີ​ບາດກ້າວ​ພັດທະນາ ​ເຖິງ​ວ່າ​ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ຕ້ອງ​ເຮັດ. ທ່ານ Zarif ​ຍົກ​ອອກຄຳ​ຖະ​ແຫຼງດັ່ງກ່າວ​​ໃນ​ການ​ເຈລະຈາ​ຄັ້ງ​ທີ 4 ຢູ່​ນະຄອນ Lausanne, ປະ​ເທດ​ສະ​ວິດ. ຕາມທ່ານ Zarif ​ແລ້ວ, ບັນດາ​ການ​ເຈລະຈາ​ໄດ້​ກ້າວ​ເຂົ້າ​ໄລຍະ​ສຸດ​ທ້າຍ ​ແລະ ມີ​ຫຼາຍບັນຫາສັບສົນ, ​ແຕ່​ທ່ານ​ຖື​ວ່າ ນີ້​ແມ່ນ​ສັນຍານ​ທີ່​ດີ. ທ່ານ Zarif ຍັງ​ໃຫ​້ຮູ້​ວ່າ ບັນດານັກ​ເຈລະຈາ​ອີຣານ ຈະ​ຢູ່ Lausanne ຈົດ​ຮອດ​ເວລາ​ບັນລຸ​ໄດ້​ຂໍ້​ຕົກລົງ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໃຫ້​ຮູ້​ວ່າ, ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄຼຍກັບ​ອີຣານ ພວມ​ປະ​ເຊີນ​ໜ້າ​ກັບ​​ບັນຫາ​ຫຍຸ້ງຍາກຫຼາຍ​ຢ່າງ ​ແຕ່​ມີ​ບາດກ້າວ​ພັດທະນາໃນ​ສະພາບ​​ໃກ້​ຈະ​ຮອດ​ກຳນົດ​ເວລາ​ທຸດທ້າຍ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ວັນ​ທີ 31/03.

ຂ່າວ/ບົດ​ອື່ນ