ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ

(VOVWORLD) -ອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ບໍ່ອະນຸຍາດໃຫ້ຈີນ ມີກົນອຸບາຍຢຶດຄອງທະເລຕາເວັນອອກ. 

ລັດຖະມົນຕີການຕ່າງປະເທດອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: Politico)

ວັນທີ 27 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ເນັ້ນໜັກວ່າ, ອາເມລິກາ ສະໜັບສະໜູນຫຼັກໝັ້ນຂອງອາຊຽນ ບໍ່ອະນຸຍາດໃຫ້ຈີນ ມີກົນອຸບາຍຢຶດຄອງທະເລຕາເວັນອອກ. ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານ Mike Pompeo ໄດ້ຢືນຢັນວ່າ: “ອາເມລິກາ ຊົມເຊີຍບັນດາການນຳອາຊຽນ ທີ່ໄດ້ເຫັນດີນຳກັນວ່າ ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຄວນໄດ້ແກ້ໄຂຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ຈີນ ບໍ່ສາມາດຖືເອົາທະເລຕາເວັນອອກແມ່ນຂອງສະເພາະຂອງຕົນໄດ້. ພວກຂ້າພະເຈົ້າຈະເວົ້າກ່ຽວກັບຫົວຂໍ້ນີ້ຕື່ມອີກໃນໄວ້ໆນີ້”.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ດຳເນີນໃນວັນທີ 26 ມິຖຸນາ ໄດ້ອອກຖະແຫຼງການຮ່ວມ ຢືນຢັນຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ ແລະ ຮັບປະກັນວ່າ ທະເລຕາເວັນອອກ ແມ່ນເຂດທະເລມີສັນຕິພາບ, ສະຖຽນລະພາບ ແລະ ມີຄວາມວັດທະນາຖາວອນ. ບັນດາການນຳອາຊຽນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ເໝາະສົມກັບກົດໝາຍສາກົນ, ລວມທັງ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ