ລັດຖະມົນຕີການຕ່າງປະເທດອາເມລິກາ ເລີ່ມໄປປະຕິບັດງານຢູ່ອາຊີ

ລັດຖະມົນຕີການຕ່າງປະເທດອາເມລິກາ ເລີ່ມໄປປະຕິບັດງານຢູ່ອາຊີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry
(ພາບປະກອບ)


(vovworld) - ວັນ​ທີ 01 ຕຸລາ (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ເດີນທາງ​ອອກ​ຈາກ​ວໍ​ຊິ​ງ​ຕັນ ​ເລີ່​ມ​ຕົ້ນ​ການ​ໄປ​ປະຕິບັດ​ງານ​ຢູ່​ອາຊີ ​ເປັນ​ເວລາ 6 ວັນ. ​ໃນ​ລະຫວ່າງ​ວັນ​ທີ 02 – 03 ຕຸລາ, ທ່ານ​ລັດຖະມົນຕີ​ການຕ່າງ​ປະ​ເທດ John Kerry ຈະຢ້ຽມຢາມ​ໂຕ​ກຽວ (ປະ​ເທດ​ຍີ່ປຸ່ນ) ​ເພື່ອ​ພ້ອ​ມກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Chuck Hagel ດຳ​ເນີນ​ການ​ທາ​ບທາມດ້ານການ​ປ້ອງ​ກັນ​ຄວາມ​ສະຫງົບ “2+2” ກັບ​ຄູ່​​ຕຳ​ແໜ່​ງທ່ານ Fumio Kishida ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ Itsunori Onodera. ການ​ພົບປະ​ນີ້​​ໄດ້​ຮັບ​ການ​ຕີ​ລາຄາ​ຈາກກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ວ່າ “​ແມ່ນ​ບາດກ້າວ​ຕໍ່​ໄປ​ໃນ​ການ​ປັບປຸງ​ສາຍສຳພັນ​ທະ​ມິດ​ລະຫວ່າງ​ອາ​ເມ​ລິ​ກາ - ຍີ່ປຸ່ນ, ​ແມ່ນ​ໂອກາດ​ເພື່ອ​ສ້າງ​ການ​ພົວພັນ 2 ຝ່າຍ​ຢ່າງຮອບ​ດ້ານ ​ແລະ ກວ້າງຂວາງ​ລະຫວ່າງ 2 ປະ​ເທດ”. ການ​ພົບ​ປະ​ຍັງ​ແມ່ນ​ໂອກາດ​ເພື່ອ​​ໃຫ້ 2 ປະ​ເທດ​ແລກປ່ຽນ ​ແລະ ກຳ​ໄດ້​ບັນດາ​ການ​ຜັນ​ແປ​ໃໝ່​ສຸດ​ຢູ່​ພາກ​ພື້ນ​ອາຊີ​, ​ໃນ​ນັ້ນ​ມີ​ບັນຫາ​ນິວ​ເຄຼຍຂອງ ​ສປປ.​ເກົາຫຼີ ​ແລະ ບັນດາ​ການ​ພິ​ພາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ. ພາຍຫຼັງ​ການ​ພົບ​ປະ​ຢູ່​ຍີ່ປຸ່ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຈະ​ໄປ​ເຖິງເກາະບາ​ລີ, ປະ​ເທດ​ອີນ​ໂດ​ເນ​ເຊຍ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ (APEC) ​ໃນ​ວັນ​ທີ 04 ຕຸລາ.

ຂ່າວ/ບົດ​ອື່ນ