ລັດຖະມົນຕີການຕ່າງປະເທດອາເມລິກາກະກຽມຢ້ຽມຢາມ3ປະເທດອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຕາມແຈ້ງການໃນວັນທີ 01 ສິງຫາ ຂອງກະຊວງການຕ່າງປະເທດອາເມລິກາແລ້ວ, ທ່ານລັດຖະມົນຕີການຕ່າງປະເທດຂອງປະເທດນີ້ Rex Tillerson ຈະໄປຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້

ລັດຖະມົນຕີການຕ່າງປະເທດອາເມລິກາກະກຽມຢ້ຽມຢາມ3ປະເທດອາຊີຕາເວັນອອກສ່ຽງໃຕ້ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດຂອງປະເທດນີ້ Rex Tillerson

(ພາບປະກອບ: Getty)

ລວມມີ: ຟິລິບປີນ, ໄທ ແລະ ມາເລເຊຍ ໃນລະຫວ່າງວັນທີ 05 – 09 ສິງຫາ ທີ່ຈະມາເຖິງ. ຕາມລາຍການ, ຄາດວ່າຢູ່ນະຄອນຫຼວງ ມານີລາ ຂອງຟີລິບປິນ, ທ່ານ Tillerson ຈະເຂົ້າຮ່ວມເວທີປາໄສພາກພື້ຶ້ນອາຊຽນ - ARF, ກອງປະຊຸມລັດຖະມົນຕີອາຊີຕາເວັນອອກ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາເມລິກາ - ອາຊຽນ ແລະ ກອງປະຊຸມລັດຖະມົນຕີຂໍ້ລິເລີ່ມເຂດລຸ່ມແມ່ນ້ຳຂອງ… ຕໍ່ຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Tillerson ຈະໄປໄທ ເພື່ອປຶກສາຫາລືກັບເຈົ້າໜ້າທີ່ປະເທດເຈົ້າພາບກ່ຽວກັບການປັບປຸງການພົວພັນຄູ່ຮ່ວມມືອາເມລິກາ - ໄທ ກໍຄືບັນດາບັນຫາຢູ່ພາກພື້ນ. ຢູ່ Kuala Lumpur, ທ່ານ Tillerson ຈະພົບປະກັບບັນດາເຈົ້າໜ້າທີ່ມາເລເຊຍ ເພືຶ່ອປຶກສາຫາລືການເພີ່ມທະວີການຮ່ວມມື 2 ຝ່າຍ ກ່ຽວກັບບັນດາບັນຫາເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນອາເມລິກາ - ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ