ລັດຖະມົນຕີການຕ່າງປະເທດອາເມລິກາປຶກສາຫາລື ກັບວົງການເຈົ້າໜ້າທີ່ອີຣັກ ກ່ຽວກັບຍຸດທະສາດຕ້ານ IS

ລັດຖະມົນຕີການຕ່າງປະເທດອາເມລິກາປຶກສາຫາລື ກັບວົງການເຈົ້າໜ້າທີ່ອີຣັກ ກ່ຽວກັບຍຸດທະສາດຕ້ານ IS - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry
ແລະ ​ທ່ານ​ນາຍົກລັດຖະມົນຕີຣັກ Haider al Abadi
(ພາບ: AFP)


(vovworld) – ​ວັນ​ທີ 10/09, ຢູ່​ແບກ​​ແດດ, ທີ່​ການ​ປຶກສາ​ຫາລື​ກັບ​ທ່ານ​ນາຍົກລັດຖະມົນຕີ​ປະ​ເທດ​ເຈົ້າພາບ Haider al Abadi ກ່ຽວ​ກັບ​ການວາງ​ອອກ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ກຸ່ມ​ກະບົດທີ່​ອ້າງ​ຊື່ວ່າ “ລັດ​ອິດສລາມ” (IS), ​ເຊິ່ງພວມ​ເຄື່ອນ​ໄຫວ​ຢູ່​ອີຣັກ ​ແລະ ຊີຣີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ຊົມ​ເຊີຍ​ຄະນະ​ການ​ນຳ​ໃໝ່​ຂອງ​ອີຣັກ ​ໃນ​ການ​ສ້າງ​ຕັ້ງ​ກົງ​ຈັກ​ລັດຖະບານ​ໃໝ່​ຢ່າງ​ວ່ອງ​ໄວ, ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ແຜນການ​ສ້າງ​ກອງທັບ​ອີຣັກ ຄືນ​ໃໝ່ ​ແລະ ຊຸກຍູ້​ການ​ປະຕິ​ຮູບ​ດ້ານການ​ເມືອງ​ຢ່າງ​ເລິກ​ເຊິ​່ງ, ກວ້າງຂວາງ ​ໂດຍ​ທ່ານ​ນາຍົກລັດ​ຖະມົນຕີ Abadi ສະ​ເໜີ. ທ່ານ Kerry ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ພວມ​ກະກຽມ​ສ້າງ​ຕັ້ງ​ພັນທະ​ມິດ​​ເປີດ​ກວ້າງ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ອົງການ​ກໍ່​ການ​ຮ້າຍນີ້.

        ທ່ານ​ນາຍົກລັດຖະມົນຕີອີຣັກ Abadi ຮຽກຮ້ອງ​ປະຊາ​ຄົມ​ສາກົນ, ສະຫະ​ປະຊາ​ຊາດ ​ແລະ ​ອາ​ເມ​ລິ​ກາ ຕ້ອງ​ມີ​ການ​ກະທຳ​​ໂດຍ​ທັນທີ ​ເພື່ອ​ສະກັດ​ກັ້ນ​ໄພ​ນາບ​ຂູ່​ຈາກ IS.

ຂ່າວ/ບົດ​ອື່ນ