ລັດຖະມົນຕີການຕ່າງປະເທດອາເມລິກາ,ລັດເຊຍໂອ້ລົມທາງໂທລະສັບກ່ຽວກັບບັນດາຈຸດທີ່ເຄັ່ງຮ້ອນໃນໂລກ

ລັດຖະມົນຕີການຕ່າງປະເທດອາເມລິກາ,ລັດເຊຍໂອ້ລົມທາງໂທລະສັບກ່ຽວກັບບັນດາຈຸດທີ່ເຄັ່ງຮ້ອນໃນໂລກ - ảnh 1
​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry
ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ລັດ​ເຊຍ Sergei Lavrov
(ພາບ​ປະ​ກອບ)


(vovworld) –​ ​​ ວັນ​ທີ 11/01, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ແລະ ຄູ່​ຮ່ວມ​ຕຳ​ແໜ່ງ​ລັດ​ເຊຍ Sergei Lavrov ໄດ້​​ໂອ້​ລົມ​ທາງ​ໂທ​ລະສັບ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ເຫັນ​ດີ​ຈະ​ພົບ​ປະ​ກັນ​ໃນ​​ຊຸມ​ມື​້ຈະ​ມາ​ເຖິງ. ແຈ້ງ​ການ​ຂອງ​ກະ​ຊວງກ​ານ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ​ດ້ານການ​ເມືອງຢ​ູ່​ຊີ​ຣີ; ບັ້ນ​ຮົບ​ຕ້ານ​ອົງ​ການ​ລັດ​ອິດ​ສ​ະ​ລາມ (IS) ອ້າງ​ຊື່​ເອງ, ສະ​ພາບ​ການ​ຢູ່​ເຂດຕາ​ເ​​ວັນ​ອອ​ກ​ກາງ, ຢູ​ແກຼນ, ກໍ​ຄ​ືຶ​ການ​ພົວ​ພັນ 2 ຝ່າຍ​ອາ​ເມ​ລິ​ກາ - ລັດ​ເຊຍ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kirbi ເນັ້ນ​ໜັກ​ວ່າ, 2 ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ເພື່ອ​ຊຸກຍ​ູ້​ການ​ເຈ​ລະ​ຈາ​ໃນ​​ຊຸມມື້​ຈະ​ມາ​ເຖິງ. ໃນ​ແຈ້ງ​ການ​ຂອງ​ຕົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຍັງ​ໃຫ້​ຮູ້​​ຕ​ື່ມ​ອີກວ່າ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 2 ທ່ານ ໄດ້​ຢືນ​ຢັນ​ຄືນ​ໃໝ່​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ Staffan de Mistura ໃນ​ການ​ຈ​ັດ​ຕັ້ງ​ບັນ​ດາ​ການ​ເຈ​ລະ​ຈ​າ​ລະ​ຫວ່າງ​ອ​ຳ​ນາດ​ການ​ປົກ​ຄອງ ແລະ ຜູ້​ຕາງ​ໜ້າ​ຝ່າຍ​ຄ້ານ​ຊ​ີ​ຣີ.

ຂ່າວ/ບົດ​ອື່ນ