ລັດຖະມົນຕີການຕ່າງປະເທດອາເມລິກາເລີ່ມຕົ້ນການປະຕິບັດງານຢູ່ອາຊີ

ລັດຖະມົນຕີການຕ່າງປະເທດອາເມລິກາເລີ່ມຕົ້ນການປະຕິບັດງານຢູ່ອາຊີ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry

(vovworld) – ວັນ​ທີ 12/2, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ເດີນ​ທາງ​ອອກ​ຈາກ​ ວໍ​ຊິງ​ຕັນ ​ເລີ່​ມ​ການ​ປະຕິບັດ​ງານ​ເຖິງ 4 ປະ​ເທດ ອາຊີ​ເຊິ່ງລວມມີ: ສ ​ເກົາຫຼີ, ຈີນ, ອິນ​​ໂດ​ເນ​ເຊຍ ​ແລະ ອາຣັບ ​ເອມີ​​ເຫຼັດ ຢູ​ໄນ​ເຕບ (UAE). ນີ້​ແມ່ນ​ການ​ປະຕິບັດ​ງານ​ຕັ້ງ​ທີ 5 ຂອງ ທ່ານ Kerry ​ໄປ​ຍັງ ອາຊີ ​ໃນຮອບ​ເວລາ 1 ປີ​ຜ່ານ​ມາ​ນັບ​ແຕ່​ເມື່ອ​ດຳລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃນ​ເດືອນ 2/2013.

    ​ເມື່ອ​ລົງ​ຢ້ຽມຢາມ​ ​ເຊີ​ອູ​ນ, ທ່ານ Kerry ຈະ​ພ້ອມ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າ​ພາບ​ປຶກສາ​ຫາລື​ວິທີ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ພາກ​ພື້ນ ກໍ່​ຄື​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ບັນ​ຫາ​ນິວ​ເຄຼຍຂອງ ສປປ ​ເກົ​າຫຼີ ​ແລະ ​ເຂດ​ປ້ອງ​ກັນ​ອາກາດ ADIZ ​ໂດຍ ຈີນ ສ້າງ​ຕັ້ງ​ຕາມລຳ​ພັງ​ຝ່າຍ​ດຽວ​ໃນ​ທະ​ເລ ຮວາ​ຕູ​ງ. ຫຼັງ​ຈາກ​ນັ້ນ, ທ່ານ Kerry ຈະ​ຢ້ຽມຢາມ ປັກ​ກິ​ງ ​ເຈລະຈາ​ກັບ​ການ​ນຳ ຈີນ ກ່ຽວ​ກັບ​ແງ່​ຫວັງ​ການ​ຮ່ວມ​ມື ອາ​ເມ​ລິ​ກາ - ຈີນ ​ໃນ​ບັ້ນຮົບ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການພັດທະນາ​ພະລັງງານ​ສະອາດ. ຖັດຈາກ ປັກ​ກິ​ງ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ຈະ​ໄປ​ຍັງ Jakarta ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸ​ມຂອງ​ຄະນະ​ກຳມະການ​ປະສົມ​ໃນ​ກົນ​ໄກ​ຄູ່​ຮ່ວມ​ມື​ຮອບດ້ານ ອາ​ເມ​ລິ​ກາ - ອິນ​ໂດ​ເນ​ເຊຍ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອງມິ​ງ. ສຸດ​ທ້າຍ​ແມ່ນຢູ່ Abu Dhabi, ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ຈະ​​ແລ​ກປ່ຽນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະ​ເທດ​ເຈົ້າພາບ UAE ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ບັນດາ​ບັນຫາ​ພາກ​ພື້ນ​ທີ່​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ວິວັດທະນາ​ການ​ສັນຕິພາບຢູ່ ຕາ​ເວັນ​ອອກ​ກາງ ​ແລະ ​ເສີກ​ກາງ​ເມືອງ​ທີ່ແກ່ຍາວ​ກ່ວາ 2 ປີຜ່ານມາ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ