ລັດຖະມົນຕີການຕ່າງປະເທດອາເມລິກາໄປຮອດເຢຍລະມັນໃນການປະຕິບັດງານທຳອິດຢູ່ຕ່າງປະເທດ

ລັດຖະມົນຕີການຕ່າງປະເທດອາເມລິກາໄປຮອດເຢຍລະມັນໃນການປະຕິບັດງານທຳອິດຢູ່ຕ່າງປະເທດ - ảnh 1
ທ່ານ Rex Tillerson, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ

(vovworld) - ວັນ​ທີ 15/2, ທ່ານ Rex Tillerson, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ໄປ​ຮອດ​ນະ​ຄອນ Bonn ຂອງ​ເຢຍ​ລະ​ມັນ, ເລີ່ມ​ຕົ້ນ​ການ​​ໄປປະ​ຕິ​ບັດ​ງານ​​ຢູ່ຕ່າງ​ປະ​ເທດ​ທຳ​ອິດ​ໃນ​ຖາ​ນະ​ເປັນ​​ຫົ​ວ​ໜ້າ​ຂະ​ແໜງ​ການ​ທູດ ອາ​ເມ​ລິ​ກາ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາ​ກໍ​່​ພົ້ນ​ເດັ່ນຂຶ້ນ​​ແຖວ​ໜ້າ (G20). ການ​ປະ​ຕິ​ບັດ​ງ​ານ​ທຳ​ອິດ​ຢູ່​ຕ່າງ​ປະ​ເທດ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ Rex Tillerson ໄດ້​ຮັບ​ຄວາມສົນໃຈເປັນ​ພິ​ເສດ​ຈາກ​ຫາງ​ສຽງ ອາ​ເມ​ລິ​ກາ ແລະ ສາ​ກົນ ໃນ​ສະ​ພາບ​ການ​ທີ່ນັບ​ມື້​ນັບ​ມີຫຼາຍ​ຄົນ​ລໍ​ຖ້າ​ສານ “ປະ​ເທດ​ ອາ​ເມ​ລິ​ກາ ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ” ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່ Donald Trump ຈະ​​ວາງ​ນະ​ໂຍ​ບາຍ​ກາ​ນ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້​ແມ່ນ​ຄື​ແນວ​ໃດ​. ວົງ​ການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ເມ​ລິ​ກາ ຖື​ວ່າ: ​ຄາ​ດ​ວ່າ ການ​ຢ້ຽມ​ຢາມນີ້ຈະແກ່​ຍາວ​ເປ​ັນ​ເວ​ລາ 2 ວັນ, ທ່ານ Rex Tillerson ຈະ​ຮັບ​ຟັງ​​ທັດ​ສະ​ນະ​ຂອ​ງ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ກຸ່ມ G20. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫາງ​ສຽງ​ຍັງ​ລໍ​ຖ້າ​ບັນ​ດາ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ, ຈາກ​ບັນ​ດາ​ການ​ກະ​ທຳ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ເກາະ​ຜິດ​ຂອງ ສ​ປ​ປ ເກົາຫຼີ, ຂໍ້​ມູ​ນ​ຂ່າວ​ກ່ຽວ​ກັບ​ເລື່ອງ ລັດ​ເຊຍ ຜັນ​ຂະ​ຫຍາຍ​ລູກ​ສອນ​ໄຟ​​ລຸ້ນໃໝ່​ ຕະຫຼອດ​ຮອດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ສະ​ພາບ​ການ​ປະ​ທະ​ກັນ​ຢູ່ ​ເຢ​ແມນ, ຊີ​ຣີ ແລະ ຢູ​ແກຼນ.


ຂ່າວ/ບົດ​ອື່ນ