ລັດຖະມົນຕີການເງິນໂຮນລັງໄດ້ຮັບເລືອກຕັ້ງເປັນປະທານEurogroupຄືນໃໝ່

ລັດຖະມົນຕີການເງິນໂຮນລັງໄດ້ຮັບເລືອກຕັ້ງເປັນປະທານEurogroupຄືນໃໝ່ - ảnh 1
ທ່ານລັດຖະມົນຕີວ່າການ​ກະຊວງ​ການ​ເງິນ​ໂຮ​ນລັງ Jeroen Dijssebloem ​
ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ Eurogroup ຄືນ​ໃໝ່
(ພາບ: Getty)


​​(vovworld) - ທ່ານລັດຖະມົນຕີວ່າການ​ກະຊວງ​ການ​ເງິນ​ໂຮ​ນລັງ Jeroen Dijssebloem ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ Eurogroup ຄືນ​ໃໝ່, ກຸ່ມ​ບັນດາ​ລັດຖະມົນຕີ​ການ​ເງິນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ລວມ ​ເອີ​ລົບ (Eurozone), ​ເຊິ່ງ​ເຄີຍມີ​ບົດບາດ​ເປັນ​ຜູ້​ປະສານ​ງານນະ​ໂຍບາຍ​ຂອງ 19 ປະ​ເທດ​ສະມາຊິກ. ​ໃນ​ຖະ​ແຫຼ​ງຂອງ Eurozone ທີ່ຍົກ​ອອກ​ມາ​ໃນ​ວັນ​ທີ 13/07, ມີ​ຕອນຂຽນ​ວ່າ “Eurozone ​ໄດ້​ແຕ່ງ​ຕັ້ງທ່າ​ນ Jeroen Dijssebloem ​ເປັນ​ປະທານ​ກຸ່ມ​ຄືນ​ໃໝ່ ດ້ວຍ​ອາ​ຍຸ​ການ 2 ປີ​ເຄິ່ງຕໍ​່ໄປ. ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ສະມາຊິກ​ຂອງ Eurozone​ ທັງ​ໝົດ”.

      ທ່ານ Jeroen Dijssebloem, ອາຍຸ 49 ປີຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທາ​ນ Eurogroup ​ແຕ່​ທ້າຍ​ປີ 2012, ທ່ານ​ໄດ​້ຮັບ​ຕີ​ລາຄາ​ວ່າ​ແມ່ນ​ຄົນ​​ເດັດ​ດຽວ ​ແລະ​ ໄດ້ມານະ​ພະຍາຍາມ​ຮັກສາ​ສະກຸນ​ເງິນ​ເອີ​ໂລ ​ໃຫ​້​ໄປ​ຖືກ​ທິດ ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບເສດຖະກິດ​ຖືກຢຸດ​ສະ​ງັກ​​ເຮັດໃຫ້​ຫຼາຍ​ປະ​ເທດ​ສະມາຊິກ​ອ່ອນ​ເພຍ​ລົງ.

ຂ່າວ/ບົດ​ອື່ນ