ລັດຖະມົນຕີຄົນໃໝ່ກະຊວງປ້ອງກັນປະເທດອາເມລິກາຢ້ຽມຢາມອາບການິສະຖານ


ລັດຖະມົນຕີຄົນໃໝ່ກະຊວງປ້ອງກັນປະເທດອາເມລິກາຢ້ຽມຢາມອາບການິສະຖານ - ảnh 1
​ທະ​ຫານ​ອາ​ເມ​ລິ​ກາຢູ່​ອາບ​ກາ​ນິ​ສະ​ຖານ     (ພາບ : AP)

(vovworld)- ວັນ​ທີ 21/2, ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ໄດ້​ໄປ​ຮອດ​ ກາ​ບຸນ ປະ​ເທດ ອາບ​ກາ​ນິ​ສະ​ຖານ ຊຶ່ງ​ເປັນ​ການ​ຢ້ຽມ​ຢາມບໍ່​ແຈ້ງ​ລ່ວງ​ໜ້າ. ທ່ານ ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ໃຫ້​ຮູ້​ວ່າ ເຫດ​ຜົນ​ທີ່​ທ່ານ​ທຳ​ການ​ຢ້ຽມ​ຢາມ​ອາບ​ກາ​ນິ​ສ​ຖານ​ໃນ​ອາ​ທິດ​ທຳ​ອິດ​ພາຍຫຼັງ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ ລັດ​ຖະ​ມົນ​ຕີ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ການັ້ນ, ແມ່ນ​ຍ້ອນ​ຍັງ​ມີ​ທະ​ຫານ​ອາ​ເມ​ລິ​ກາ 10.000 ຄົນ​ຕັ້ງ​ທັບ​ຢູ່ນີ້. ການ​ຢ້ຽມ​ຢາມ​ຂອງ ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ໄດ້​ດຳ​ເນີນ​ໃນ​ສະ​ພາບ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ພວມ​ຊັງ​ຊາ​ກ່ຽວ​ກັບ​ຕາ​ຕະ​ລາງຫຼຸດ​ຜ່ອນ​ຈຳ​ນວນ​ພົນ​ທະ​ຫານ​ອາ​ເມ​ລິ​ກາ​ຢູ່​ອາບ​ກາ​ນິ​ສະ​ຖານ. ຕາມ​ແຜນ​ການ​ແລ້ວ, ຮອດ​ທ້າຍ​ປີ 2016, ຈຳ​ນວນ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ປະ​ເທດນີ້ ຈະ​ພຽງ​ແຕ່​ຖືກ​ຈຳ​ກັດ​ໃນ​ຈຳ​ນວນ​ເພື່ອ​ປົກ​ປັກ​ຮັກ​ສາ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ກາ​ບຸນ​ເທົ່າ​ນັ້ນ.

 

ຂ່າວ/ບົດ​ອື່ນ