ລັດຖະມົນຕີ​ຄົນ​​ໃໝ່ຂອງກະຊວງ​ທ້ອນ​ໂຮມ​ຊາດ ສ.​ເກົາຫຼີ ຮຽກຮ້ອງ​ໃຫ້​​ເປັນ​ເຈົ້າ​ການ​ກວ່າ​ໃນ​ນະ​ໂຍບາຍ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ

(VOVWORLD) - “ກະຊວງທ້ອນໂຮມຊາດ ຄວນກາຍເປັນອົງການຮັບຜິດຊອບໃຫ້ແກ່ໄລຍະທາງອັນຍາວໄກມຸ່ງໄປເຖິງການທ້ອນໂຮມແຫຼມ ເກົາຫຼີ ໃຫ້ເປັນເອກະພາບ ຜ່ານການສ້າງແຜນການ, ປະຕິບັດ ແລະ ບັນລຸຜົນສໍາເລັດໃຫ້ແກ່ວິວັດທະນາການສ້າງຄວາມເປັນເອກະພາບໂດຍສັນຕິວິທີນັບແຕ່ຕົ້ນຮອດປາຍ”.
ລັດຖະມົນຕີ​ຄົນ​​ໃໝ່ຂອງກະຊວງ​ທ້ອນ​ໂຮມ​ຊາດ ສ.​ເກົາຫຼີ ຮຽກຮ້ອງ​ໃຫ້​​ເປັນ​ເຈົ້າ​ການ​ກວ່າ​ໃນ​ນະ​ໂຍບາຍ​ລະຫວ່າງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ - ảnh 1ທ່ານ Lee In – young ລັດຖະມົນຕີຄົນໃໝ່ຂອງກະຊວງທ້ອນໂຮມຊາດ ສ.ເກົາຫຼີຕອບສໍາພາດຕໍ່ສື່ມວນຊົນຢູ່ເຊີອູນ (ພາບ: YONHAP/TTXVN)

        ວັນທີ 28 ກໍລະກົດ, ທ່ານ Lee In – young ລັດຖະມົນຕີຄົນໃໝ່ຂອງກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ກະຊວງດັ່ງກ່າວຕ້ອງສວມບົດບາດເປັນເຈົ້າການກວ່າໃນການວາງກໍານົດນະໂຍບາຍລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທີ່ກອງປະຊຸມກັບບັນດາເຈົ້າໜ້າທີ່ຂັ້ນສູງຂອງກະຊວງທ້ອນໂຮມຊາດ, ທ່ານ Lee In – young ຢັ້ງຢືນວ່າ:  “ກະຊວງທ້ອນໂຮມຊາດ ຄວນກາຍເປັນອົງການຮັບຜິດຊອບໃຫ້ແກ່ໄລຍະທາງອັນຍາວໄກມຸ່ງໄປເຖິງການທ້ອນໂຮມແຫຼມ ເກົາຫຼີ ໃຫ້ເປັນເອກະພາບ ຜ່ານການສ້າງແຜນການ, ປະຕິບັດ ແລະ ບັນລຸຜົນສໍາເລັດໃຫ້ແກ່ວິວັດທະນາການສ້າງຄວາມເປັນເອກະພາບໂດຍສັນຕິວິທີນັບແຕ່ຕົ້ນຮອດປາຍ”.

        ທ່ານ Lee In – young ຫາກໍ່ໄດ້ຮັບການແຕ່ງຕັ້ງຈາກທ່ານປະທານາທິບໍດີ Moon Jae –in ໃຫ້ເປັນລັດຖະມົນຕີກະຊວງທ້ອນໂຮມຊາດ, ຮັບຜິດຊອບບັນດາການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງພວມຢູ່ໃນລະດັບຕໍ່າສຸດ ດ້ວຍຄວາມຫວັງ ຈະສ້າງບາດກ້າວກະໂດດຂັ້ນໃນບັນດາການພົວພັນລະຫວ່າງ ເຊີອູນ ແລະ ພຽງຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ