ລັດຖະມົນຕີຊ່ວຍວ່າກະ ຊວງການຕ່າງປະເທດ ຫວຽດນາມຢ້ຽມຢາມ ມົງໂກນ


ລັດຖະມົນຕີຊ່ວຍວ່າກະ ຊວງການຕ່າງປະເທດ ຫວຽດນາມຢ້ຽມຢາມ ມົງໂກນ - ảnh 1

ປະເທດມົງໂກນ

(ພາບ: vea.gov.vn)

(vovworld)- ​ ​ໂດຍ​ໄດ້​ຮັບ​ຄຳ​ເຊິ​ນຂອງ​ລັດຖະບານ​ມົງ​ໂກນ, ທ່ານ​ດັ້ງມິ​ງ​ໂກຍ ລັດຖະມົນຕີຊ່ວຍວ່າກະຊວງການ​ຕ່າງປະ​ເທດຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ໂມງ​ກົນ ​ແລະ ​ເຂົ້າຮ່ວມ​ພິທີ​ສະ​ເຫຼີ​ມສະ​ລອງ 60 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າ​ງ ຫວຽດນາມ-​ ມົງ​ໂກນ (17/11/1954-17/11/2014). ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ລັດຖະມົນຕີຊ່ວຍ​ວ່າການ​ດັ້ງມິ​ງ​ໂກຍ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 17/11, ທ່ານ​ຮອງ​ນາຍົກລັດຖະມົນຕີ​ໂມງ​ກົນ Terbishdagva ຢືນຢັນ​ວ່າ: ລັດຖະບານ ​ແລະ ປະຊາຊົນ​ ມົງ​ໂກນ ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ຊຸກຍູ້ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ໂມງກົນ ​​ໃຫ້ພັດ​ທະນາ​ຢ່າງ​ແຮງ, ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນໜັກ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ພົບ​ປະ​ຂັ້ນສູງ, ຫັນ​ການ​ຮ່ວມ​ມື​ເປັນ​ລະອຽດດ້ວຍ​ບັນດາ​ໂຄງການ​ໃຫ່ຍ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສາທາລະນະ​ສຸກ, ວັດທະນະທຳ… ຜ່ານ​ນັ້ນ​ຈະ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ຄວາມເຂົ້າອົກ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື ລະ​ຫວ່າ​ງ ຫວຽດນາມ-​ ມົງ​ໂກນ, ນຳ​ການ​ພົວພັນ​ສອງ​ປະ​ເທດ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາໃໝ່​, ສົ​ມກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ຈົບງາມ​ລະຫວ່າງ​ສອງ​ປະ​ເທດ.

  ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ທີ່ພິທີ​ສະ​ເຫຼີ​ມສະ​ລອງ 60 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າ​ງຫວຽດນາມ-​ ມົງ​ໂກນ, ທ່ານຮອງ​ລັດຖະມົນຕີຊ່ວຍ​ວ່າການ​ດັ້ງມິ​ງ​ໂກຍ ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ລັດ​ຫວຽ​ດນາມ ​ໃຫ້​ແກ່​ຊາວ​ ມົງ​ໂກນ ດີ​ເດັ່ນຈຳນວນ 1 ທີ່​ໄດ້​ປະກອບສ່ວນ​​ຢ່າງຕັ້ງໜ້າ​ເຂົ້າ​ໃນການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ ມົງ​ໂກນ ​ໃນ 60 ປີຜ່ານມາ.

ເມື່ອຕອບ​ຄຳ​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ເຫດການ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ມົງ​ໂກນ  ​ຟານ​ດັງ​ເຢືອງ ຖື​ວ່າ: ​ເພື່ອ​​ໃຫ້ການ​ພົວພັນ​ທາງ​ການ​ທູດຂອງ 2 ປະ​ເທດ​​ກ້າວເຂົ້າ​ສູ່​​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​​ປະຈຸ​ບັນ, 2 ປະ​ເທດ​ຄວນ​ດຳ​ເນີນ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ຟານ​ດັງ​ເຢືອງຊີ້​ແຈ້ງວ່າ:

            “ພວກ​ເຮົາ​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ 2 ຝ່າຍ ຜັນ​ຂະຫຍາຍ​ການ​ລົງ​ນາມ​ໃນ​ບັນດາ​ສັນຍາ, ຂໍ້​ຕົກລົງ​ສ້າງ​ພື້ນຖານ​ນິຕິ​ກຳ, ​ສ້າງ​ເງື່ອນ​ໄຂໃຫ້ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ພັດທະນາ ( ຄື ສັນຍາ​ກວດກາ​​ໂລກລະບາດ​ສຳລັບສັດ ​ແລະ ພືດ, ສັນຍາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະນາຄານ, ​ແຮງ​ງານ…). 2 ປະ​ເທດ​ຄວນ​ຮັກສາ​ບັນດາ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ວິທະຍາສາດ​ເຕັກນິກ ຢ່າງ​ສະໝຳ່ສະ​ເໝີ, ກວດກາ​ຄືນທຸກຂົງ​ເຂດຮ່ວມ​ມື​ທີ່​ພວມ​ຜັນ​ຂະຫຍາຍ, ຂົງ​ເຂດ​ໃດ​ບໍ່​ສາມາດ​ເປັນ​ໄປ​ໄດ້​ຈະ​ຢຸດຕິ, ຂົງ​ເຂດ​ໃດ​ມີ​ແງ່​ຫວັງ​ຄວນ​ຊຸກຍູ້”.

ຂ່າວ/ບົດ​ອື່ນ