ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຕ້ອນຮັບປະທານກຸ່ມບໍລິສັດAsiaGroup

ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຕ້ອນຮັບປະທານກຸ່ມບໍລິສັດAsiaGroup - ảnh 1
ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຕ້ອນຮັບ
ປະທານກຸ່ມບໍລິສັດAsiaGroup

(vovworld) –  ​ໃນ​ການ​ຕ້ອນຮັບ​ທ່ານ Nirav S. Patel, ປະທານ​ກຸ່ມ​ບໍລິສັດ Asia Group ​​ຂອງ ອາ​ເມ​ລິ​ກາ ເມື່ອ​ຕອນ​ບ່າ​ຍວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ປະທານ ກຸ່ມ​ບໍລິສັດ Asia Group ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ 2 ຝ່າຍ, ການ​ຮ່ວມມື​ດ້ານ​ການ​ຄ້າລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ. ທ່ານ ​ໂຕ​ເລີມ ຢືນຢັນ​ວ່າ: ກະຊວງ​ຕຳຫຼວດ ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ນັກ​ລົງທຶນ​ກຸ່ມ​ບໍລິສັດ Asia Group ຊອກ​ຫາ​​ເປີດ​ກ້ວາງກາລະ​ໂອກາດພັດທະນາ​ຢູ່ ຫວຽດນາມ.

        ສ່ວນ​ທ່ານ Nirav S. Patel, ປະທານ​ກຸ່ມ​ບໍລິສັດ Asia Group ​​ຫວັງ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ບໍລິ​ສັດ ຈະ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ຂອງ​ກະຊວງ​ຕຳຫຼວດ ຫວຽດນາມ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃຫ້ນັບ​ມື້​ນັບ​ພັດທະນາ.


ຂ່າວ/ບົດ​ອື່ນ