ລັດຖະມົນຕີປ້ອງກັນປະເທດຫວຽດນາມສະເຫນີຈີນຈົ່ງລະງັບໃຈ,ບໍ່ນຳໃຊ້ອາວຸດກໍ່ຜົນສະທ້ອນບໍ່ດີເຖິງນ້ຳໃຈມິດຕະພາບ

ລັດຖະມົນຕີປ້ອງກັນປະເທດຫວຽດນາມສະເຫນີຈີນຈົ່ງລະງັບໃຈ,ບໍ່ນຳໃຊ້ອາວຸດກໍ່ຜົນສະທ້ອນບໍ່ດີເຖິງນ້ຳໃຈມິດຕະພາບ - ảnh 1
ພົນ​ເອກ ຟູ່ງກວາງ​ແທງລັດຖະມົນຕີ​ກະຊວງ​ປອ້ງກັນ​ປະ​ເທດ​ຫວຽດນາມ ​ແລະ​ ຄູ່ຕຳແຫນ່ງ  ພົນ​ໂທຈາງ​ວັນ​ແຈງ
ພາບ:thethaovietnam


(vovworld) - ຕອນ​ບ່າຍ​ວັນ​ທີ 20/5, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 8(ADMM - 8) ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Nay Pyi Taw ປະ​ເທດ​ມຽນມາ, ພົນ​ເອກ ຟູ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປອ້ງກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຄູ່​ຕຳ​ແຫນ່​ງຈີນ ທ່ານ​ພົນ​ໂທຈາງ​ວັນ​ແຈງ ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບາງ​ບັນຫາ, ພິ​ເສດ ​ແມ່ນ​ກາ​ນຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ. ​ເຖິງ​ວ່າ ປະຈຸ​ບັນ ຝ່າຍ​ຈີນ​ພວມ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ​ເຮັດ​ໃຫ້​ພາກ​ພື້ນ​ວິຕົກ​ກັງວົນ, ຫາງ​ສຽງ​ຢູ່​ຫວຽດນາມ ຂັດ​ໃຈ. ທ່ານພົນ​ເອກ ຟຸ່ງກວາງ​ແທງ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ບັນດາ​ຝ່າຍ​ຈີນ ວ່າ: ທັດ​ສະ​ນະຂອງ​ຫວຽດນາມ ​ແມ່ນ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໂດຍ​ສັນ​ຕິ​ວິທີ, ​ເພື່ອ​ແນ​ໃສ່​ຮັກສາສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ເດີນ​ທະ​ເລ, ການ​​ເດີນ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ສະ​ເຫ​ນີຝ່າຍ​ຈີນ ຈ່ົງ​ລະງັບ​ໃຈ, ບໍ່​ນຳ​ໃຊ້​ກຳ​ປັ່ນ​ປືນ​ໃຫຍ່, ກຳ​ປັ່ນ​ລູກ​ສອ​ນ​ໄຟ, ​ເຮືອບິນ, ບໍ່​ຕຳແລະ ສິດ​ນ້ຳ​ໃສ່​ບັນດາ​ກຳ​ປັ່ນ​ຂອງ​ຫວຽດນາມ ທີ່ພວມ​ປະຕິບັດ​ຫນ້າ​ທີ່ຢູ່​ທະ​ເລ​ຕາ​ເວັນ​ອອກ, ອັນ​ໄດ້​ກໍ່ຜົນ​ສະທ້ອນບໍ່​ດີ​ເຖິງ​ນຳ້​ໃ​ຈ​ມິດຕະພາບ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ. ຫວຽດນາມ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ ກໍ​ຄື​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສັງຄົມ​ພາຍ​ໃນ​ປະ​ເທດ, ສືບ​ຕໍ່​ສ​້າງຄວາມ​ສາມ​ັກຄີ​ມິດຕະພາບ​ກັບ​ຈີນ ຕາມ​ເນື້ອ​ໃນ​ຈິດ​​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື​່ອພັດທະນາ​ເສດຖະກິດ​ສັງຄົມ.

 

ຂ່າວ/ບົດ​ອື່ນ