ລັດຖະມົນຕີປ້ອງກັນປະເທດອາເມລິກາຢ້ຽມຢາມເຂດອ່າວຊຸກຍູ້ການສະໜັບສະໜູນ ອີຣັກ


ລັດຖະມົນຕີປ້ອງກັນປະເທດອາເມລິກາຢ້ຽມຢາມເຂດອ່າວຊຸກຍູ້ການສະໜັບສະໜູນ ອີຣັກ - ảnh 1

ທ່ານ Ashton Carter, ລັດຖະມົນຕີ​ວ່າການ​ກະຊວງປ້​ອງກັນ​ປະ​ເທດ ​ອາ​ເມ​ລິ​ກາ
(ພາບ:AFP/TTXVN)

(vovworld) - ວັນ​ທີ 16/4, ທ່ານ Ashton Carter, ລັດຖະມົນຕີ​ວ່າການ​ກະຊວງປ້​ອງກັນ​ປະ​ເທດ ​ອາ​ເມ​ລິ​ກາ ​ໄດ້​ໄປ​ຢ້ຽມຢາມ ອາຣັບ ​ເອມມີ​ເຫຼດ ຢູ​ໃນ​ເຕບ (UAS), ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ເຂດ​ອ່າວ ​ເປັນ​ເວລາ 6 ວັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສະໜັບສະໜູນ ອີຣັກ. ກ່າວ​ຄວາມ​ເຫັນ​ກ່ອນ​ການ​ຢ້ຽມຢາມ, ທ່ານ Carter ​ເນັ້ນ​ໜັກ​ວ່າ “ການ​ສູ້​ຮົບ​ຕ້ານ IS ຂອງ​ອີຣັກຈະ​ໄດ້​ຮັບ​ຜົນສຳ​ເລັດ​ຫຼື​ບໍ ​ແມ່ນ​ອີງ​ໃສ່​ຄວາມ​ກ້າວໜ້າ​ດານ​ການ​ເມືອງ ​ແລະ ​ເສດຖະກິດ​ຢູ່​ປະ​ເທດ​ນີ້“. ຕາມ​ທ່ານ Carter ​ແລ້ວ, ການ​ທ້າ​ທາຍ​ໃນ​ປະຈຸ​ບັນ​ສຳລັບ ອີຣັກ ​ແມ່ນ​ການ​ສ້າງ​ປະ​ເທດ​ທີ່​ມີ​ຫຼາຍ​ເຊື້ອ​ຊາດ​ຜິວ​ພັນ. ດັ່ງ​ນັ້ນ​ການສະໜັບສະໜູນ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ Haider al-Abadi ນາຍົກລັດຖະມົນຕີ ອີຣັກປະຕິບັດ​ໜ້າ​ທີ່​ນີ້​ແມ່ນ​​ສິ່ງ​ສຳຄັນ​ທີ່​ສຸດ.

ຂ່າວ/ບົດ​ອື່ນ