ລັດຖະມົນຕີຢ່າງແຊວຝືເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້

ລັດຖະມົນຕີຢ່າງແຊວຝືເຮັດວຽກກັບຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ - ảnh 1
ທ່ານ ຢ່າງ​ແຊວ​ຝື, ລັດຖະມົນຕີ, ຫົວໜ້າຄະນະ​ກຳມະການ​ຊົນ​ເຜົ່າ
(ພາບປະກອບ)


(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ ​ໂດຍ​ທ່ານ ຢ່າງ​ແຊວ​ຝື, ລັດຖະມົນຕີ, ຫົວໜ້າຄະນະ​ກຳມະການ​ຊົນ​ເຜົ່ານຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ພາກ​​ໃຕ້ກ່ຽວ​ກັບ​ສະພາບ​ການ​ຊົນ​ເຜົ່າ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​​ເຂດຕາ​ເວັນ​ຕົກ​ພາກ​​ໃຕ້. ທີ່​ການ​ເຮັດ​ວຽກ, ທ່ານ ຢ່າງ​ແຊວ​ຝື ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຂດຕາ​ເວັນ​ຕົກ​ພາກ​​ໃຕ້ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່​​ຂອງ​ເຂດ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ຊາວ​ຊົນ​ເຜົ່າ. ບັນດາ​ແຂວງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ພະນັກງານ​ຊົນ​ເຜົ່າ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ດຶງ​ດູດ​ນັກ​ສຶກສາ, ຖັນ​ແຖວ​ປັນຍາ​ຊົນ​ແມ່ນ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂົ້າ​ໃນ​ລະບົບ​ການ​ເມືອງ​ຂອງ​ທ້ອງ​ຖີ່​ນ. ສ່ວນ​ນະ​ໂຍບາຍ​ກ່ຽວ​ກັບ​ທີ່​ດິນ​ທຳ​ການ​ຜະລິດ ​ແລະ ​ເຮືອນ​ຢູ່​ຄວນຕິດ​ກັບ​ສະພາບ​ຕົວ​ຈິງ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ