ລັດຖະມົນຕີວ່າການກະຊວງການຕ່າງປະເທດG7ອອກຖະແຫຼງການກ່ຽວກັບບັນດາບັນຫາໂລກ

ລັດຖະມົນຕີວ່າການກະຊວງການຕ່າງປະເທດG7ອອກຖະແຫຼງການກ່ຽວກັບບັນດາບັນຫາໂລກ - ảnh 1
​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັ​ນ​ດາ​ປະ​ເທດ
​ອຸດ​ສາ​ຫະ​​ກຳ ພັດ​ທະ​ນາ​  G7
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 15/4, ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸ່ມ​ບັ​ນ​ດາ​ປະ​ເທດ​ອຸດ​ສາ​ຫະ​​ກຳ ພັດ​ທະ​ນາ​  G7 ຢູ່​ນະ​ຄອ​ນ Lubeck, ພາກ​ເໜືອ ປະ​ເທດ ເຢຍ​ລະ​ມັນ, ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ເປັນ​ເວ​ລາ 2 ວັນ. ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ສຸດ​ທ້າຍ​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ຮີບ​ເຮັ່ງ​ຂອງ​ໂລກ ​ກໍ່​ຄື​ຖະ​ແຫຼງ​ການ​ສະ​ເພາະ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​​ໃນການ​ເດີນ​ທະ​ເລ. ໃນ​ຖະ​ແຫຼງ​ການ​ສິ້ນ​ສຸດກອງ​ປະ​ຊຸມ​, ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ G7 ໄດ້​ເຕື້ອງ​ເຖິງ 11 ບັນ​ຫາ​ຮີ​ບ​ເຮັ່ງ​ຂອງ​ໂລກ, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງວິ​ກິດ​ການ ຢູ​ແກຼນ, ບົດ​ບາດ​ຂ​ອງ​ລັດ​ເຊຍ… ແລະ ບັນ​ຫາ​ຄ​ວາມ​ໝັ້ນ​ຄົງໃນການ​ເດີນ​​ທະ​ເລ. ຖະ​ແຫຼງ​ການ​ຮຽກ​ຮ້ອງ ລັດ​ເຊຍ ສວມບ​ົດ​ບາ​ດ​ຕັ້ງ​ໜ້າ​ກ່​ວາ​ອີກ​ໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ, ມີ​ການ​ກະ​ທົບ​ເພື່ອ​ໃຫ້​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ Minsk ຢ່າງ​ຄົບ​ຖ້ວນ. ຖະ​ແຫຼງ​ການກໍ່​ຮຽກ​ຮ້ອງ​ບັ​ນ​ດາ​ຝ່າຍ​ປະ​ທະ​ກັນ​​ປະ​ຕິ​ບັດຄຳ​ສັ່ງ​ຢຸດ​ຍິງ, ຖອນ​ອາ​ວຸດ​ໜັກ​ອອກ. G7 ກໍ່​ຖະ​ແຫຼງ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ຂົວ​ຕໍ່​ຂອງ ເຢຍ​ລະ​ມັນ ແລະ ຝ​ຣັ່ງ ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ.

 


ຂ່າວ/ບົດ​ອື່ນ