ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍຈັດການປະຊຸມຂ່າວຄັ້ງໃຫຍ່ຕົ້ນປີ2016

ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍຈັດການປະຊຸມຂ່າວຄັ້ງໃຫຍ່ຕົ້ນປີ2016 - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ
Sergey Lavrov ​
(ພາບ: Sputnik.)

(vovworld) –  ວັນ​ທີ 26/1, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ໄດ້​ຈັດ​ການ​ປະຊຸມ​ຂ່າວ​ຄັ້ງ​​ໃຫຍ່​ປະຈ​ຳປີ​ໂດຍ​ສະຫລຸບ​ແນວທາງ​ການ​ຕ່າງປະ​ເທດ​ຂອງ ລັດ​ເຊຍ ​ໃນ​ປີ 2015, ກໍ​ຄື​ທິດທາງ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ປະຊຸມ​ຂ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ 250 ຄົນ ​ແລະ ນັກ​ຂ່າວ ລັດ​ເຊຍ 200 ຄົນ. ​ເປີດສາກ​ການ​ປະຊຸມ​ຂ່າວ, ທ່ານ Sergey Lavrov ​ໄດ້​ສະຫລຸບ​ສະພາບ​ການຂາດ​ສະຖຽນ​ລະ​ພາບ​ຂອງ​ພື້ນຖານ​ເສດຖະກິດ​​ໂລກ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​ມີ​ລັດ​ເຊຍ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ກອງທັບ​ອາກາດ ລັດ​ເຊຍ ຢູ່ ຊີຣີ ​ໄດ້​​ເຮັດ​​ໃຫ້ປ່ຽນ​ແປງ​ສະພາບ​ການ​ຢູ່​ປະ​ເທດ​ນີ້, ຊ່ວຍ​ຮັດ​ແຄບ​​ບໍລິ​ເວນ​ໂດຍ​ກຳລັງ​ກໍ່​ການ​ຮ້າຍ​ຄຸ້ມ​ຄອງ. ​ໃນ​ການ​ປະ​ຊຸມ​ຂ່າວ, ທ່ານ Sergey Lavrov ກໍ​​ໃສ່​ໃຈ​ເຖິງ​ຍຸດ​ທະ​ສາດ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ລັດ​ເຊຍ. ທ່ານ​ເຕື້ອງ​ເຖິງ​ບັນດາ​ແງ່​ຫວັງ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃໝ່​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ​ມີ​ເລື່ອງ​ສະຫະພັນ​ເສດຖະກິດ ອາຊີ - ​ເອີ​ລົບ (EAEU) ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ ຫວຽດນາມ. ທ່ານ​ກໍ​ປະກາດ​ວ່າ: ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ - ອາ​ຊຽນ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​​ໃນ​ເດືອນ 5 ຈະ​ມາ​ເຖິງ​ຢູ່ Sochi ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ກັບກຸ່ມ ອາ​ຊຽນ.


ຂ່າວ/ບົດ​ອື່ນ