ລັດຖະມົນຕີວ່າການກະຊວງການຕ່າງປະເທດແລະຮ່ວມມືTimorLeste ຢ້ຽມຢາມຫວຽດນາມຢ່າງເປັນທາງການ

ລັດຖະມົນຕີວ່າການກະຊວງການຕ່າງປະເທດແລະຮ່ວມມືTimorLeste ຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານ​ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີຕ້ອນ​ຮັບ
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື Timor Leste)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ ຟ້າ​ມບີ່​ງມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ Hernaini Coelho da Silva, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື Timor Leste, ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 6 – 8/4. ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 7/4, ຢູ່​ຮ່າ​ໂນ້ຍ, ທ່ານ ຟ້າ​ມບີ່​ງມິ​ງ, ຢັ້ງຢືນ​ນະ​ໂຍບາຍ​ຂອງ ຫວຽດນາມ ທີ່ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ກັບ Timor Leste ​ໃນ​ຂອບ​ເຂດ 2 ຝ່າຍ ກໍ່​ຄື​ຫຼາຍ​ຝ່າ​ຍ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື Timor Leste ປາດ​ຖະໜາ​ຢາ​ກຮຳ່ຮຽນ​ເອົາ​ບົດຮຽນ​​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ ຫວຽດນາມ ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ຫວຽດນາມ. ລັດຖະມົນຕີ 2 ທ່ານ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈຕໍ່​ໝາ​ກຜົນ​ທີ່ 2 ຝ່າຍ​ບັນລຸ​ໄດ້ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ເມືອງ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ກະສິກຳ - ປ່າ​ໄມ້ - ສິນ​ໃນ​ນ​ຳ້, ພະລັງງານ, ຖະ​ແຫຼ​ງຂ່າວ - ​ໂທລະ​ຄົມ.

        ລັດຖະມົນ​ຕີ 2 ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຢັ້ງຢືນ 2 ຝ່າຍຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຫຼາຍ​ຝ່າຍ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ,2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ສັນ​ຕ້ອງ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ, ຮັບ​ປະກັນ​ໃນ​ການ​ເດີນ​ທະ​ເລ, ການ​ບິນ, ​​ແກ້​ໄຂ​ບັນດາ​ຄວາມ​ຂັດ​​ແຍ້​ງກັນ​ດ້ວຍ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982 ​ແລະ ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ນີ້.

        ກ່ອນ​ໜ້າ​ນັ້ນ, ກໍ່​ໃນ​ຕອນ​ບ່າຍ​ວັນດຽວ​ກັນ, ທ່ານ​ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ Hernaini Coelho da Silva, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື Timor Leste. ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ລັດ​ຖະບານ Timor Leste ປັບປຸງລະບຽບ​ການ​ພາຍ​ໃນ​ເພື່ອ​​ໃຫ້ສັນຍາ​ການ​ຄ້າ 2 ຝ່າຍ​ລະຫວ່າງ 2 ປະ​ເທດ​ທີ່ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2013 ມີ​ຜົນ​ສັດ​ສິດ​ໃນ​​ໄລຍະ​​ໄວ​ທີ່​ສຸດ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານການ​ຄ້າ​ກ່ຽວ​ກັບ​ເຂົ້າສານ​​ໄລຍະ 2015 – 2017… ສ່ວນ​ທ່ານ Hernaini Coelho da Silva ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່ ຫວຽດນາມ ບັນລຸ​ໄດ້​ໃນ​ວິວັດ​​ແຫ່ງການກໍ່ສ​້າງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ.


ຂ່າວ/ບົດ​ອື່ນ