ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງເຊີນລາ

ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງເຊີນລາ - ảnh 1
ລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງເຊີນລາ
(ພາບ: baogiaothong)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 6-8/5, ທ່ານ ​ເຈືອງ​ກວາງ​ເຫງັ້ຍ, ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມຂົນ​ສົ່ງ ພ້ອມ​ກັບ​ຜູ້​ສະໝັກ​ເລືອກ​ຕັ້ງອີກ 03 ​ທ່ານ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງບັນດາ​​ເມືອງ ​ເວິນ​ໂຮ່, ​ໂມກ​ເຈົາ, ຟູ່ອຽນ, ບັກ​ອຽນ, ແຂວງ​ ເຊີນ​ລາ. ທ່ານ​ການ​ພົບ​ປະ, ປະຊາຊົນ​ປາຖະໜາ​ວ່າ, ບັນດາ​ຜູ້​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ສືບ​ຕໍ່​ເປັນ​ເສນາ​ທິການ, ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຄົ້ນ​ຄ້ວາ, ພິຈາລະນາ, ປະກາດ​ນະ​ໂຍບາຍ​ພິ​ເສດ, ໜູນ​ຊ່ວຍ​ບັນດາ​ແຂວງ ​ໄຕ​ບັກ​ກ່ຽວ​ກັບ​ການ​ພັດທະນາ​ໂຄງ​ລ່າງ ​ແລະ ຮັບປະ​ກັບ​ຊີວິດ​ສັງຄົມ. ພິ​​ເສດ, ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍບ​າຍຕ່າງໆ​ເຊັ່ນ: ການ​ພັດທະນາ​ເຂດ​ປູກ​ຕົ້ນ​ໄມ້​ເປັນ​ຢາຢູ່​ເມືອງ ​ເວິນ​ໂຮ່; ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ກຳນົດ​ເຂດ​ຊົນນະບົດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງຢູ່​ເມືອງໂມກ​ເຈົາ. ທ່ານ ​ເຈືອງ​ກວາງ​ເຫງັ້ຍ, ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມຂົນ​ສົ່ງ ພ້ອມ​ກັບ​ຜູ້​ສະໝັກ​ເລືອກ​ຕັ້ງອີກ 03 ​ທ່ານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ຖ້າ​ຫາກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ພະຍາຍາມ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ, ມີ​ຄຳ​ເຫັນ​ປັບປຸງ, ​ເພີ່​ເຕີມ​ກົດໝາຍ, ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ໃໝ່​ໃຫ້​ເໝາະ​ສົມ​ກັບ​ບັນດາ​ແຂວງ​ໃນ​ເຂດ​ພູດ​ອຍ ​ແລະ ​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ