ລັດຖະມົນຕີວ່າການກະຊວງຕຳຫລວດໂຕເລີມຢ້ຽມຢາມແລະເຮັດວຽກຢູ່ກຳປູເຈຍ

ລັດຖະມົນຕີວ່າການກະຊວງຕຳຫລວດໂຕເລີມຢ້ຽມຢາມແລະເຮັດວຽກຢູ່ກຳປູເຈຍ - ảnh 1
ພິທີລົງນາມໃນແຜນການຮ່ວມມື​ປີ 2016
(ພາບ: vietnam+)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ ກຳປູ​ເຈຍ Sar Kheng, ວັນ​ທີ 11/05, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫລວດ ຫວຽດນາມ ​ໂດຍພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫລວ​ດ ຫວຽດນາມ ນຳ​ໜ້າ​​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ. ທີ່​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ ​ແລະ ​ແຜນການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ເຊິ່ງ​ໄດ້​ຮັບລົງ​ນາມ​ລະຫວ່າງ 2 ກະຊວງ​ໃນ​ປີ 2016, ພ້ອມທັງ​ແລກປ່ຽນ​ຕີ​ລາຄາ​ສະພາບ​ການ, ​ເພີ່ມ​ເຕີ່​ມບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃໝ່ ​​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​​ຄວາມ​ສະຫງົບປອດ​ໄພ ​ແລະ ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ 2 ປະ​ເທດ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້ມູນ​ຂ່າວ ​ແລະ ບົດຮຽນ​ໃນ​ການ​ຕໍ່ສູ້ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ສຶກສາດັດ​ສ້າງນັກ​ໂທດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງພະນັກງານ​ໃຫ້​ກະຊວງ​ພາຍ​ໃນ​ ກຳ​ປູ​ເຈຍ. ຜ່ານ​ນັ້ນ ປະກອບສ່ວນ​ປັບປຸງ, ຍົກ​ສູງ​ການ​ພົວພັນ​​ສາມັກຄີ​ມິ​ດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຫວຽດນາມ - ກຳປູ​ເຈຍ, ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການພັດທະນາ​ຂອງ 2 ປະ​ເທດ, ພາກ​ພື້ນ ​ແລະ ​​ໃນ​ໂລກ.

ຂ່າວ/ບົດ​ອື່ນ