ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ

ລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ - ảnh 1
ນາຍົກລັດຖະມົນຕີ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ
 

(vovworld) – ຄະນະ​ຜູ້​ແທນຂັ້ນ​ສູງ​ກະຊວງ​ຕຳຫຼວດ ຫວຽດນາມ ​ໂດຍ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ພວມ​​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ສປປ ລາວ. ທີ່​ການ​ຕ້ອນຮັບ​ຄະນະ​ໃນ​ວັນ​ທີ 10/5, ທ່ານ​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ຕີ​ລາຄາ​ສູງ ​ແລະ ປາດ​ຖະໜາ​ຢາກ​ໃຫ້​ການຮ່ວມ​ມືລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ສືບ​ຕໍ່​​ໄດ້​ຮັບ​ການເພີ່ມ​ທະວີ​ຢ່າງ​ແໜ້ນ​​ແຟ້ນ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະ​ກິດ​ພັດທະນາ​ເສດຖະກິດ - ສັງຄົມ​ ​ແລະ ການພົວພັນ​ຕ່າງປະ​ເທດ ຂອງ ສປປ ລາວ, ກໍ່​ຄື​ປະກອບສ່ວນ​ປັບປຸງ, ພັດທະນາ​ການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ, ຄວາມ​ສັດ​ຊື່​ບໍລິສຸດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ລາວ - ຫວຽດນາມ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ໂຕ​ເລີມ ຢັ້ງຢືນ​ວ່າ: ກຳລັງ​ຕຳຫຼວດ ຫວຽດນາມ ຍາມ​​ໃດ​ກໍ່​ຮູ້​ບຸນ​ຄຸນ​ໃນ​ການ​ຊ່ວຍ​ເຫຼືອ​ອັນລຳ້​ຄ່າ​ຂອງ​ປະຊາຊົນ​ລາວ ບັນດາ​ເຜົ່າ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ໃນ​ພາ​ລະ​ກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​​ໃນ​ເມືອກ​່ອນ, ກໍ່​ຄື​ໃນ​ພາລະ​ກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ​ ​ໃນ​ປະຈຸ​ບັນ ​ແລະ ຫວັງ​ວ່າ​ກຳລັງ​ຕຳຫຼວດ 2 ປະ​ເທດ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ອາ​ດຊະ​ຍາ​ກຳ, ​ປ້ອງ​ກັນຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ກໍ່ມີ​ການ​ຕ້ອນຮັບ​ຄະນະ ​ແລະ ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ ຫວຽດນາມ ​ກໍ່ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ລາວ.


ຂ່າວ/ບົດ​ອື່ນ