ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກູບາຍ້ອງຍໍຊົມເຊີຍບົດຮຽນໃນການປ່ຽນໃໝ່ຂອງຫວຽດນາມ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກູບາຍ້ອງຍໍຊົມເຊີຍບົດຮຽນໃນການປ່ຽນໃໝ່ຂອງຫວຽດນາມ - ảnh 1
ພົນ​ໂທ Leopoldo Cintra Frías ແລະ ທ່ານ ທ່ານ ເຢືອງ​ມິງ (ເສື້ອ​ຂາວ)
(ພາ​ບ: Phạm Hoài Nam /TTXVN)


(vovworld) - ​​​​​​​ວັນ​ທີ 14/1, ກ່​າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ ທ່ານ ເຢືອງ​ມິງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ກູ​ບາ, ພົນ​ໂທ Leopoldo Cintra Frías, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຕິ​ວັດ ກູ​ບາ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໄດ້​ຕີ​ລາ​ຄາ​ສູງ​ບົດ​ຮຽນ​ໃນ​ການ​ປ່ຽນ​ໃໝ່​ຂອງ ຫວ​ຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ Leopoldo ຖື​ວ່າ, ນີ້​ແມ່ນ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ສຳ​ລັບ ກູ​ບາ ໃນ​ຈຸດ​ເວ​ລາ​ປະ​ເທດນີ້​ພ​ວມ​ຍູ້​ແຮງວິ​ວັດ​ທະ​ນາ​ການ​ອັບ​​ເດັດ​ຮູບ​ແບບ​ການ​ພັດ​ທະ​ນາ. ທ່ານ​ລັດ​ຖະ​ມົນ​ຕີກໍ່​ສະ​ແດງ​ຄວາມນັບ​ຖື​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ມິງ ໄດ້​ແລກ​ປ່ຽນ​ກັບ​ທ່ານ​ພົນ​ໂທ Leopoldo ກ່ຽວ​ກັບ​ບາງ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ໃນ​ທ​ຸກ​ຂົງ​ເຂດ​ກ່​ວາ​ອີກ, ໃນ​ນັ້ນ​ມີ​ການ​ປ້ອງ​ກັນ​ປະ​ເທດ, ນຳ​ການ​ພົວ​ພັ​ນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາອ​ີກ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທັງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ